ໂລກສະແດງຄວາມສາມັກຄີກັບປະເທດ ອັງກິດ

(VOVWORLD) - ພາຍຫຼັງເຫດວາງລະເບີດເກີດຂຶ້ນໃນຕອນເຊົ້າວັນທີ 15 ກັນຍາ ໃນລົດໄຟຂະບວນໜຶ່ງຢູ່ສະຖານີລົດໄຟ Parsons Green, ນະຄອນຫຼວງ ລອນດອນ, ປະເທດ ອັງກິດ, ເຮັດໃຫ້ 22 ຄົນຖືກຮັບບາດເຈັບ, ການນຳປະເທດຕ່າງໆໃນໂລກໄດ້ສະແດງຄວາມສາມັກຄີກັບປະເທດ ອັງກິດ. 
ໂລກສະແດງຄວາມສາມັກຄີກັບປະເທດ ອັງກິດ - ảnh 1 ຕຳຫຼວດໄດ້ຜັນຂະຫຍາຍຢູ່ຫຼາຍບ່ອນ

 

ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກະຕຸກຊຸກຍູ້ໃຫ້ກຳລັງເຈົ້າໜ້າທີ່ບັນດາປະເທດຕ້ອງມີມາດຕະການສະກັດກັ້ນການກໍ່ການຮ້າຍໃຫ້ “ເປັນເຈົ້າການ” ກ່ວາ, ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການຄຸ້ມຄອງເຄືອຂ່າຍ ອີນເຕີເນັດ ເພື່ອສະກັດກັ້ນເລື່ອງບັນດາກຸ່ມກໍ່ການຮ້າຍນຳໃຊ້ອີນເຕີເນັດເປັນເຄື່ອງມື, ເປັນເວທີປາໄສເພື່ອແກ່ດຶງບັນດາບຸກຄົນຫົວຮຸນແຮງ ກໍ່ຄືໂຄສະນາແນວຄິດຫົວຮຸນແຮງ. ແລະ ກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ອີຢີບ ໄດ້ອອກຖະແຫຼງການສະແດງຄວາມສາມັກຄີກັບ ລັດຖະບານ ແລະ ປະຊາຊົນ ອັງກິດ ໃນບັ້ນຮົບຕ້ານການກໍ່ການຮ້າຍ. ຖະແຫຼງການຢືນຢັນວ່າ: ສິ່ງສຳຄັນທີ່ສຸດໃນປະຈຸບັນ ແມ່ນ ລະດົມຄວາມມານະພະຍາຍາມຂອງທົ່ວໂລກເພື່ອ “ຖອນຮາກ” ລັດທິກໍ່ການຮ້າຍ. ໃນຂະນະນັ້ນ, ໃນວັນທີ 15 ກັນຍາ, ບັນດາການນຳຂອງ ເຢຍລະມັນ ແລະ ຝຣັ່ງ ກໍ່ໄດ້ເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບພາຍຫຼັງເຫດວາງລະເບີດຢູ່ ລອນດອນ, ຖືວ່າ ເຫດບຸກໂຈມຕີນີ້ຊຸກຍູ້ຄວາມຕັດສິນໃຈຮ່ວມມືສາກົນເພື່ອຕ້ານກໍ່ການຮ້າຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ