ໄກ່ຍັງຖືກວາງຂາຍຢູ່ຕະຫຼາດຊຽງໄຮ ໂດຍບໍ່ຫົວຊາຕໍ່ໄພອັນຕະລາຍແຜ່ລາມອອກສູ່ວົງກ້ວາງຂອງໂລກໄຂ້ຫວັດສັດປີກຢູ່ຈີນ
|
(vovworld)- ວັນທີ 23/1, ຜູ້ຊ່ຽວຊານຄວຍຄຸມໂລກລະບາດຢູ່ຈີນໄດ້ກ່າວ ເຕືອນວ່າ ອັດຕາການສັກຢາ ວັກຊິນປ້ອງກັນໂລກໄຂ້ຫວັດສັດປີກຕ່ຳ ພ້ອມກັບ ເລື່ອງເຊື້ອໄວຣັດໄຂ້ຫວັດສາຍພັນຕ່າງໆໄດ້ເຄື່ອນໄຫວແລະ ແຜ່ລາມຢ່າງກ້ວາງຂວາງ, ອັນໄດ້ເຮັດໃຫ້ສະພາບການຄວບຄຸມໂລກໄຂ້ຫວັດສັດປີກຢູ່ຈີນ ໃນລະດູໜາວປີນີ້ປະສົບ ກັບຄວາມຫຍຸ້ງຍາກ. ກະຊວງສາທາລະນະສຸກຈີນ ໄດ້ກວດພົບ ເຊື້ອໄວຣັດໄຂ້ຫວັດ 3 ສາຍພັນທີ່ເປັນອັນຕະລາຍຄື : H1, H3 ແລະ ໂລກໄຂ້ຫວັດ B . ນັບແຕ່ຕົ້ນປີມາຮອດປະຈຸບັນ, ຢູ່ຈີນໄດ້ຢັ້ງຢືນມີກ່ວາ 40 ຄົນຕິດໂລກໄຂ້ຫວັດສັດປີກ H7N9, ໃນນັ້ນມີຄົນເຈັບ 3 ຄົນໄດ້ເສຍຊີວິດແລ້ວ. ປະຈຸບັນ, ພວມແມ່ນຈຸດສູງໃນຍາມລະດູໜາວ, ດັ່ງນັ້ນ, ໄພອັນຕະລາຍແຜ່ລາມອອກສູ່ວົງກ້ວາງຂອງໂລກໄຂ້ຫວັດສັດປີກແມ່ນຮ້າຍແຮງທີ່ສຸດ.