ໂອ້ລົມສົນທະນາ“ຫວຽດນາມ,ໃນມື້ກ່ອນແລະໃນທຸກວັນນີ້”ຢູ່ປະເທດອັກຊັງຕີນ

ໂອ້ລົມສົນທະນາ“ຫວຽດນາມ,ໃນມື້ກ່ອນແລະໃນທຸກວັນນີ້”ຢູ່ປະເທດອັກຊັງຕີນ - ảnh 1
ໂອ້ລົມສົນທະນາ “ຫວຽດນາມ,ໃນມື້ກ່ອນແລະໃນທຸກວັນ”ຢູ່ປະເທດອັກຊັງຕີນ
(ພາບ: DieuHuong/Vietnam+)

(vovworld) – ​ ວັນ​ທີ 16/8, ສະ​ຖາ​ບັນ​ວັດທະນະທຳ ອັກ​ຊັງ​ຕີນ ​ແລະ ຫວຽດນາມ (ICAV) ສົມທົບ​ກັບ​ສະຖານທູດ ຫວຽດນາມ ​ປະຈຳ​​ ອັກຊັງ​ຕີນ ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ “ຫວຽດນາມ, ​ໃນ​ມື້ກ່ອນ ​ແລະ ​ໃນ​ທຸກ​ວັນນີ້” ຢູ່​ແຂວງ Buenos Aires, ​ເນື່ອງ​​ໃນ​ໂອ​ກາດສະ​ເຫຼີ​ມສະຫຼອງ 70 ​ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ 2/9. ​ເລີ່​ມຕົ້ນ​ການ​ໂອ້​ລົມ​ສົນທະນາ​ ດ້ວຍ​ການ​ສາຍຮູບ​ເງົາ​ເອກະສານ​ທີ່​ເວົ້າ​ເຖິງ​ຄວາມ​ຮ້າຍ​​ແຮງ​ຂອງ​ສົງຄາມ​ໂດຍ ອາ​ເມ​ລິ​ກາ ດຳ​ເນີນ​ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຂອງ​ທາດ​ພິດສີ​ສົ້ມ/ດີ​ໂອ​ຊີ​ນ. ຜູ້ຕາງໜ້າ​​ສະຖານທູດ ຫວຽດນາມ ປະຈຳ ອັກຊັງ​ຕີນ ​ໄດ້​ບັນ​ລະ​ຍາ​ກ່ຽວ​ກັບ​ພາລະກິດ​ປ່ຽນ​ໃໝ່​ຂອງ​ຊາວ ຫວຽດນາມ. ຕາມ​ນັ້ນ, ພາຍຫລັງ​ເກືອບ 30 ປີ​ແຫ່ງ​ວັນ​ປ່ຽນ​ໃໝ່, ຫວຽດນາມ ບັນລຸ​ໄດ້​ຫລາຍຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ເພື່ອນ​ມິ​ດ​ສາກົນ, ​ເສດຖະກິດ​ເຕີບ​ໂຕ​ຢ່າງ​ໄວ, ບັນລຸ​ລຳດັບ​ສະ​ເລ່ຍ 7% ຕໍ່​ປີ. ສິ້ນ​ສຸດ​ການ​​ໂອ້ລົມ​ສົນທະນາ, ບັນດາ​ຜູ້​ແທນ​ໄດ້​ຊົມຮູບ​ເງົາ​ເລື່ອງ​ສັ້ນທີ່​ມີ​ຫົວ​ຂໍ້​ວ່າ: “ຫວຽດນາມ ທຸກ​ວັນນີ້” ​ທີ່ເວົ້າ​ເຖິງ​ຊີວິດ​ທາງ​ດ້ານວັດທະນະທຳ, ປະ​ເທດ​ຊາດ, ຊາວ ຫວຽດນາມ ​ໃນ​ປະ​ຈຸ​ບັນ.

ຂ່າວ/ບົດ​ອື່ນ