ທ່ານລັັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ Pham Vu Luan ເຂົ້າຮ່ວມພິທີໄຂສົກຮຽນໃໝ່ (ພາບ: vanhoadoisong.com)
|
Vovworld- ຕອນເຊົ້າວັນທີ 3/9, ຢຸ່ໂຮງຮຽນມັດທະຍົມຕອນຕົ້ນ ເລກຸຍດົນ ເມືອງເກົາໄຢ້ - ຮ່າໂນ້ຍ, ໄດ້ຈັດພິທີໄຂສົກຮຽນໃໝ່ 2012 – 2013. ທ່ານລັັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ Pham Vu Luan ກໍໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2012 – 2013. ໃນສົກຮຽນຜ່ານມາ, ຄູອາຈານ ແລະ ນັກຮຽນຂອງ ໂຮງຮຽນມັດທະຍົມຕອນຕົ້ນ ເລກຸຍດົນໄດ້ບັນລຸບັນດາຜົນງານທີ່ໜ້າເອກອ້າງທະນົງໃຈ. ຄຸນນະພາບການສຶກສາຮອບດ້ານໄດ້ຮັບການຍົກສູງຂຶ້ນ, ຈຳນວນນັກຮຽນເກັ່ງກວມອັດຕາກ່ວາ 66%, ມີຈຳນວນນັກຮຽນກ່ວາ 30% ສາມາດເສງໄດ້ຄະແນນເຂົ້າບັນດາໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ....ນະພິທີໄຂສົກຮຽນໃໝ່ 2012 – 2013, ທ່ານລັັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ Pham Vu Luan ເນັ້ນໜັກວ່າ :
“ ພວກເຮົາໄດ້ຮັບຟັງຈົດໝາຍຂອງທ່ານປະທານປະເທດ Truong Tan Sang ຝາກເຖິງຂະແໜງສຶກສາ ແລະ ບຳລຸງສ້າງເມື່ອກ້າວເຂົ້າສູ່ສົກຮຽນໃໝ່ 2012 – 2013. ຂ້າພະເຈົ້າເຊື່ອໝັ້ນວ່າ ທາງໂຮງຮຽນຈະສຸມກຳລັງກ່ວາອີກເຂົ້າໃນການຍົກສູງຄຸນນະພາບຖັນແຖວຄູອາຈານ, ພະນັກງານຄຸ້ມຄອງຂອງໂຮງຮຽນເພື່ອຍົກສູງຄວາມຮັບຜິດຊອບ ແລະ ຈັນຍາບັນໃນການປະກອບອາຊີບຄູ. ສືບຕໍ່ຍູ້ແຮງວຽກງານການສຶກສາຢ່າງຮອບດ້ານ, ສ້າງສະພາບແວດລ້ອມດ້ານການສຶກສາຢ່າງໂປ່ງໄສ, ຊ່ວຍນັກຮຽນພັດທະນາທັງທາງດ້ານຄຸນສົມບັດ, ສະຕິປັນຍາ ເພືອ່ ຈະກາຍເປັນພົນລະເມືອງທີ່ມີປະໂຫຍດຕໍ່ສັງຄົມ ”