(VOVWORLD) -ການຝຶກອົບຮົມຈະແບ່ງປັນ ແລະ ແລກປ່ຽນປະສົບການດ້ານວິຊາສະເພາະ, ຍົກສູງກຳລັງຄວາມສາມາດທາງການແພດໃນການກວດ, ປິ່ນປົວພະຍາດ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ລະຫວ່າງ ສອງໂຮງໝໍເມື່ອພ້ອມກັນເຄື່ອນໄຫວໃນສະພາບການກາງສະໜາມ.
ບັນດາແພດໝໍ ໃນການຝຶກອົບຮົມ (ພາບ: qdnd.vn) |
ໃນລະຫວ່າງວັນທີ 27 – 28 ກໍລະກົດ, ໂຮງໝໍກາງສະໜາມຊັ້ນ 2 ເລກ 3 ຂອງ ຫວຽດນາມ ໄດ້ເຂົ້າຮ່ວມ ຄະນະປະຕິບັດການຮັກສາສັນຕິພາບ ສປຊ ຢູ່ ສ.ຊູດັງໃຕ້, ເປັນຄັ້ງທຳອິດໄດ້ສົມທົບກັບໂຮງໝໍກາງສະໜາມຊັ້ນ 2 ຂອງ ອິນເດຍ ຝຶກອົບຮົມທາງອອນລາຍ ເພື່ອຍົກສູງກຳລັງຄວາມສາມາດທາງການແພດ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ການຝຶກອົບຮົມຈະແບ່ງປັນ ແລະ ແລກປ່ຽນປະສົບການດ້ານວິຊາສະເພາະ, ຍົກສູງກຳລັງຄວາມສາມາດທາງການແພດໃນການກວດ, ປິ່ນປົວພະຍາດ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ລະຫວ່າງສອງໂຮງໝໍເມື່ອພ້ອມກັນເຄື່ອນໄຫວໃນສະພາບການກາງສະໜາມ. ສອງໂຮງໝໍກກໍ່ແບ່ງປັນ ບັນດາປະສົບການທີ່ກ່ຽວຂ້ອງເຖິງວັກຊິນກັນໂຄວິດ - 19.
ປັດຈຸບັນ, ຄະນະປະຕິບັດການຮັກສາສັນຕິພາບ ສປຊ ຢູ່ ສ.ຊູດັງໃຕ້ ໄດ້ມອບໝາຍໃຫ້ ໂຮງໝໍກາງສະໜາມຂອງ ຫວຽດນາມ ຮັບ