ໂຮນລັງ ຮັບບັນດາ ເຄ່ືອງໃຊ້ສ່ວນຕົວຂອງຜູ້ໂດຍສານໃນເຫດເຮືອບິນ MH17 ຕົກ
(ພາບປະກອບ)
(vovworld) – ວັນທີ 27/07, ກຳລັງທວງໃຫ້ຫັນເປັນສະຫະພັນຢູ່ທິດຕາເວັນອອກຢູແກຼນ ໃຫ້ຮູ້ວ່າ ມີຕູ້ລົດໄຟຕູ້ໜຶ່ງທີ່ບັນຈຸເຄ່ືອງໃຊ້ສ່ວນຕົວຂອງບັນດາຜູ້ໂດຍສານຖືກເສຍຊີວິດໃນເຫດເຮືອບິນ MH17 ຂອງບໍລິສັດການບິນ Malaysia Airlines ຕົກຢູ່ທາງທິດຕາເວັນອອກຢູແກຼນ ໄດ້ມອບໃຫ້ເຈົ້າໜ້າທີ່ໂຮນລັງ. ທ່ານ Sergei Kavtaradze, ສະມາຊິກ “ສະພາປ້ອງກັນຄວາມສະຫງົບ” ຂອງສາທາລະນະລັດປະຊາຊົນ Donnetsk ແຈ້ງວ່າ ຕູ້ລົດໄຟດັ່ງກ່າວໄດ້ຕິດປະກາດໄວ້ ແລະ ພ້ອມແລ້ວທີ່ຈະນຳອອກຈາກເຂດດິນແດນໂດຍກຳລັງນີ້ຄວບຄຸມແລ້ວ. ເຄ່ືອງໃຊ້ສ່ວນຕົວຂອງບັນດາຜູ້ໂດຍສານໃນເຮືອບິນດັ່ງກ່າວບັນຈຸໃນຕູ້ລົດໄຟແລ້ວ ແລະ ມອບໃຫ້ເຈົ້າໜ້າທີ່ໂຮນລັງ ທີ່ມີໜ້າຢູ່ທິດຕາເວັນອອກຢູແກຼນ.
ໂດຍແມ່ນປະເທດທີ່ມີຜູ້ຖືກເຄາະຮ້າຍຫຼາຍກວ່າໝູ່ໃນເຫດເຮືອບິນ MH17 ຕົກ, ໂຮນລັງ ໄດ້ຮັບໜ້າທີ່ເປັນຫົວໜ້າໃນການສືບສວນສາກົນ ເພື່ອເຮັດແຈ້ງສາຍເຫດເຮືອບິນ MH17 ຕົກ, ເຊິ່ງພາໃຫ້ຜູ້ໂດຍສານ 298 ຄົນ ແລະ ຈຸບິນເສຍຊີວິດ.