( vovworld ) - ຕອນເຊົ້າວັນທີ 24/6, ຢູ່ນະຄອນ ນິງບີ່ງ ( ແຂວງນິງບີ່ງ ), ກະຊວງຕຳຫຼວດ - ອົງການປະຈຳການປາບປາມຢາເສບຕິດແຫ່ງຊາດ ໄດ້ສົມທົບກັບສູນກາງສະມາຄົມຊາວກະສີກອນຫວຽດນາມ, ຄະນະກຳມະການປະຊາຊົນແຂວງນິງບີ່ງ ຈັດຕັ້ງພິທີໂຮມຊຸມນູມຕອບສະໜອງວັດສາກົນ ແລະ ວັນທົ່ວປວງຊົນປາບປາມຢາເສບຕິດ 26/6. ກ່າວຄຳເຫັນທີ່ພິທີ, ພົນໂທ Dang Van Hieu, ຮອງລັດຖະມົນຕີຜູ້ປະຈຳການກະຊວງຕຳຫຼວດຊີ້ແຈ້ງວ່າ: ໃນຊຸມປີຜ່ານມາ, ວຽກງານປາບປາມຢາເສບຕິດ ບັນລຸໄດ້ບັນດາຜົນງານທີ່ສຳຄັນ, ປະກອບສ່ວນເຂົ້າໃນສະຖຽນລະພາບ ແລະ ການພັດທະນາຂອງປະເທດຊາດ. ທ່ານຮອງລັດຖະມົນຕີ Dang Van Hieu ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ຊີ້ນຳຍູ້ແຮງວຽກງານໂຄສະນາສຶກສາກ່ຽວກັບການປາບປາມຢາເສບຕິດກວ່າອີກ; ໃນນັ້ນ, ຕ້ອງເອົາໃຈໃສ່ເຖິງວຽກງານໂຄສະນາຢ່າງກວ້າງຂວາງກ່ຽວກັບຢາເສບຕິດສັງລວມປະເພດຕ່າງໆ ແລະ ຜົນຮ້າຍຈາກຢາເສບຕິດ, ເພື່ອເຮັດໃຫ້ປະຊາຊົນທຸກຄົນ, ໂດຍສະເພາະແມ່ນລຸ້ນໜຸ່ມຮັບຮູ້ໄດ້ຄວາມອັນຕະລາຍຂອງຢາເສບຕິດນີ້.