( ໄຂກອງປະຊຸມການພົວພັນມິດຕະພາບ
ສະພາແຫ່ງຊາດຫວຽດນາມ - ກຳປູເຈຍ )
(vovworld) - ກອງປະຊຸມການພົວພັນມິດຕະພາບສະພາແຫ່ງຊາດຫວຽດນາມ - ກຳປູເຈຍໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 23/8 ຢູ່ນະຄອນໂຮ່ຈິມິນ. ນີ້ແມ່ນເຫດການພົວພັນຕ່າງປະເທດທີ່ສຳຄັນໂດຍສະພາແຫ່ງຊາດຫວຽດນາມ - ກຳປູເຈຍ ຈັດຕັ້ງໃນປີ 2012 ປະກອບສ່ວນແທດຈິງເຂົ້າໃນວຽກງານໂຄສະນາກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ ແລະ ຂໍ່ານັບຮັບຕ້ອນ “ປີມິດຕະພາບຫວຽດນາມ - ກຳປູເຈຍ 2012”, ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ກຳປູ້ເຈຍ (24/06/1967 – 24/06/2012). ທ່ານປະທານສະພາແຫ່ງຊາດ ສສ.ຫວຽດນາມ Nguyen Sinh Hung ແລະ ທ່ານປະທານສະພາແຫ່ງຊາດລາຊະອານາຈັກກຳປູເຈຍ Samdech Heng Samrin ເປັນປະທານຮ່ວມກອງປະຊຸມ. ເຂົ້າຮ່ວມພິທີໄຂຍັງມີບັນດາການນຳລັດຖະບານ, ສະພາແຫ່ງຊາດ, ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ຖືວ່າ ກອງປະຊຸມບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ແລະ ກຳປູເຈຍ ພ້ອມກັນຫວນຄືນສາຍພົວພັນທີ່ເປັນມູນເຊື້ອ, ສະໜິດຕິດພັນລະຫວ່າງສອງຊາດຜ່ານໄລຍະປະຫວັດສາດແຫ່ງການຕໍ່ສູ້ປົກປັກຮັກສາປະເທດຊາດເທົ່ານັ້ນ, ຫາກຍັງສືບຕໍ່ສະແດງຄວາມຕັດສິນໃຈ, ຮ່ວມແຮງຮ່ວມໃຈຊຸກຍູ້ມູນເຊື້ອແຫ່ງຄວາມສາມັກຄີມິດຕະພາບກວ່າອີກ, ປະກອບສ່ວນນຳການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ແລະ ການຮ່ວມມືຢ່າງຮອບດ້ານຫວຽດນາມ - ກຳປູເຈຍ ຂຶ້ນສູ່ລະດັບສູງໃໝ່. ທ່ານປະທານາສະພາແຫ່ງຊາດ Nguyen Sinh Hung ໄດ້ເນັ້ນໜັກວ່າ.
“ຂ້າພະເຈົ້າເຊື້ອໝັ້ນວ່າ ກອງປະຊຸມແມ່ນຂີດໝາຍປະຫວັດສາດທີ່ສຳຄັນ, ປະກອບສ່ວນນຳການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ກຳປູເຈຍ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດສືບຕໍ່ໄດ້ຮັບການພັດທະນາຢ່າງກວ້າງຂວາງ, ເລິກເຊິ່ງກວ່າ, ຮັດແໜ້ນການພົວພັນມິດຕະພາບຕາມທິດນຳຖານບ້ານໃຫ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຢ່າງຮອບດ້ານ, ໝັ້ນຄົງຍາວນານ, ພ້ອມກັນສ້າງປະຊາຄົມອາຊຽນສາມັກຄີ, ເຂັ້ມແຂງ, ເຄົາລົບ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຈຸດໝາຍລວມແມ່ນສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາ. ສິ່ງດັ່ງກ່າວຈະຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດອັນແທດຈິ່ງຂອງປະຊາຊົນສອງປະເທດຫວຽດນາມ - ກຳປູເຈຍ”
ທີ່ພິທີໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດລາຊະອານາຈັກກຳປູເຈຍ Samdech Heng Samrin ໄດ້ຕີລາຄາສູງບັນດາຜົນງານທີ່ໃຫຍ່ຫຼວງໃນທຸກຂົງເຂດ ເຊິ່ງປະຊາຊົນສອງປະເທດບັນລຸໄດ້ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານສະພາແຫ່ງຊາດ ກຳປູເຈຍ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນອັນລຳຄ່າ, ທັນການ ແລະ ມີປະສິດທິຜົນ ເຊິ່ງການນຳ ແລະ ປະຊາຊົນຫວຽດນາມ ສະຫງວນໃຫ້້ປະຊາຊົນກຳປູເຈຍໃນໄລຍະທີ່ຜ່ານມາ.
ກອງປະຊຸມການພົວພັນຮ່ວມມືມິດຕະພາບສະພາແຫ່ງຊາດລະຫວ່າງຫວຽດນາມ - ກຳປູເຈຍ ດຳເນີນໄປແຕ່ວັນທີ 22 - 25/8 ດ້ວຍບັນດາເນື້ອໃນຄື: ແລກປ່ຽນວຽກງານລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ກຳປູເຈຍ, ພົບປະແລກປ່ຽນລະຫວ່າງກຸ່ມສະມາຊິກມິດຕະພາບ, ໄວໜູ່ມ ແລະ ບັນດາທ້ອງຖິ່ນມີເສັ້ນຊາຍແດນຮ່ວມ, ແຮກສ່ຽວລະຫວ່າງສອງປະເທດ; ໂຄສະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.