ການນຳ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ
(ພາບ: VGP)
(vovworld) - ຕອນບ່າຍວັນທີ 23/11 ຢູ່ Siem Riep ປະເທດ ກຳປູເຈຍ, ໄດ້ໄຂກອງປະຊຸມຂັ້ນສູງເຂດ 3 ຫຫລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ນຳໜ້າຄະນະຜູ້ແທນ ຫວຽດນາມ, ມີບົດກ່າວປາໄສທີ່ວາລະໄຂ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງວຽກງານກະກຽມຂອງປະເທດເຈົ້າພາບ ກຳປູເຈຍ, ຂອບໃຈການຕ້ອນຮັບຢ່າງອົບອຸ່ນສຸດຈິດສຸດໃຈຂອງລັດຖະບານ ກຳປູເຈຍ ທີ່ສະຫງວນໃຫ້ຄະນະຜູ້ແທນ ຫວຽດນາມ. ທ່ານນາຍົກລັດຖະມົນຕີຖືວ່າ: ໃນສະພາບເສດຖະກິດໂລກ ແລະ ພາກພື້ນຂາດສະຖຽນລະພາບ, ເລື່ອງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ການເຕີບໂຕເສດຖະກິດບັນລຸລະດັບສູງກ່ວາເມື່ອທຽບໃສ່ສະພາບລວມຂອງພາກພື້ນ, ອັນໄດ້ຊ່ວຍດຶງດູດການລົງທຶນ ແລະ ຍົກສູງບົດບາດສາກົນຂອງບັນດາປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:
“ພ້ອມກັບເລື່ອງສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ, ການພົວພັນມິດຕະພາບ ການຮ່ວມມືຮອບດ້ານ ກຳປູເຈຍ - ລາວ - ຫວຽດນາມ ນັບມື້ນັບສະໜິດຕິດພັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກ່ວາ. ພວກເຮົາພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍລວມຂອງພາກພື້ນ, ຮັບເອົາກາລະໂອກາດພັດທະນາໃໝ່, ພ້ອມກັນແບ່ງປັນຜົນປະໂຫຍດ, ພ້ອມກັນເຫັນດີເປັນເອກະພາບ ເພື່ອພັດທະນາເສດຖະກິດ. ເຮັດແນວໃດ ເພື່ອໃຫ້ປະຊາຊົນໃນພາກພື້ນພວກເຮົາມີຄວາມອິ່ມໜຳສຳລານ ແລະ ມີຄວາມຜາສຸກກ່ວາ. ເນື່ອງໃນໂອກາດນີ້ ຂ້າພະເຈົ້າຢືນຢັນຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບການຮ່ວມມືເຂດ 3 ຫຼຽມ ພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ແລະ ຫວັງາວ່າ: ທີ່ກອງປະຊຸມຄັ້ງນີ້ 3 ຝ່າຍຈະເຫັນດີເປັນເອກະສັນຕໍ່ທິດທາງໃຫ້ແກ່ການຮ່ວມມື 3 ປະເທດ, ພ້ອມກັນສ້າງເຂດເສດຖະກິດ 3 ປະເທດໃຫ້ມີຄວາມຂະຫຍັນຂັນເຄື່ອນ ແລະ ວັດທະນາຖາວອນ. ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າການພັດທະນາພາກພື້ນ ”.