ຜູ້ອຳນວຍການໃຫຍ່ອົງການ Fao
ແລະນາຍົກລັດຖະມົນຕີຫວຽດນາມ
( ພາບ: vietnamplus.vn )
|
( vovworld ) - ວັນທີ 15/3, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 31 ຂອງອົງການອາຫານ ແລະ ການກະເສດສະຫະປະຊາຊາດ ( FAO ) ພາກພື້ນອາຊີ - ປາຊີຟິກ ດ້ວຍຫົວຂໍ້ວ່າ “ ຄ້ຳປະກັນສະບຽງອາຫານ ແລະ ຫຼຸດຜ່ອນຄວາມທຸກຍາກອຶດຫິວຢູ່ເຂດຊົນນະບົດ ” ໄດ້ໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ພ້ອມກັບບັນດາຄະນະຜູ້ແທນທີ່ມາຈາກ 10 ປະເທດ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມກອງປະຊຸມ. ກອງປະຊຸມຄັ້ງນີ້ຈະປຶກສາຫາລືບັນດາຂໍ້ສະເໜີແນະ ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຍື່ນສະເໜີ ແລະ ຮັບຮ້ອງເອົາບັນດາຂໍ້ຕົກລົງທີ່ສຳຄັນເຊິ່ງກ່ຽວຂ້ອງເຖິງໂຄງການດຳເນີນງານຂອງພາກພື້ນໃນໄລຍະ 2012 – 2013. ນີ້ແມ່ນບັນດາບັນຫາແທດຈິງ ແລະ ຮີບດ່ວນໃນປະຈຸບັນ ຂະນະທີ່ຍັງມີເກືອບ 1 ຕື້ຄົນໃນໂລກພວມປະສົບກັບຄວາມອຶດຫິວ, ໃນນັ້ນ 65% ດຳລົງຊີວິດຢູ່ພາກພື້ນອາຊີ - ປາຊີຟິກ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໃຫ້ຮູ້ວ່າ.
“ ໃນຫຼາຍທົດສະວັດທີ່ຜ່ານມາ, ໂດຍມີຄວາມມານະພະຍາຍາມຂອງແຕ່ລະປະເທດ ແລະ ການຊ່ວຍເຫຼືອຢ່າງຕັ້ງໜ້າຂອງບັນດາອົງການສາກົນ, ຕົ້ນຕໍແມ່ນອົງການ FAO, ການຜະລິດທັນຍາຫານໃນໂລກບັນລຸໄດ້ບັນດາຜົນງານທີ່ໃຫຍ່ຫຼວງ, ຫຼາຍປະເທດໄດ້ບຶນຕົວຂຶ້ນສາມາດກຸມຕົນເອງດ້ານທັນຍາຫານໄດ້. ປະຈຸບັນ, ຢູ່ຫຼາຍປະເທດພວມມານະພະຍາຍາມສ້າງອົງປະກອບພື້ນຖານກະສິກຳຄືນໃໝ່ຕາມທິດຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິພົນ, ຄ້ຳປະກັນດ້ານສະບຽງອາຫານຢ່າງໝັ້ນຄົງກວ່າ. ”
ທີ່ການຕ້ອນຮັບທ່ານ Jose Graziano da Silva ຜູ້ອຳນວຍການໃຫຍ່ອົງການອາຫານ ແລະ ການກະເສດສະຫະປະຊາຊາດ(FAO), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ໄດ້ຢືນຢັນວ່າ: ຫວຽດນາມ ສືບຕໍ່ສະຫນັບສະຫນູນບັນດາຂໍ້ລິເລີ່ມ ແລະ ການເຄື່ອນໄຫວຂອງ FAO ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕີລາຄາສູງເລື່ອງ FAOຖືຫວຽດນາມແມ່ນຄູ່ຮ່ວມມືສຳຄັນໃນການຮ່ວມມືດດ້ານກະສິກຳ ດ້ວຍກວ່າ 400 ໂຄງການຢູ່ຫວຽດນາມໂດຍແມ່ນ FAO ອຸປະຖຳ . ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ກໍຕີລາຄາສູງບັນດາຜົນງານ ແລະ ໝາກຜົນທີ່ບັນລຸໄດ້ຂອງໂຄງການຮ່ວມມື ໃຕ້ - ໃຕ້ຂອງ FAO. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ປາດຖະຫນາວ່າ FAO ຈະສືບຕໍ່ຫນູນຊ່ວຍ ແລະ ສະຫນັບສະຫນູນຫວຽດນາມໃນບັນດາໂຄງການຮ່ວມມືກະສິກຳ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ໄດ້ມີການພົບປະກັບບັນດາທ່ານຫົວຫນ້າຄະນະຜູ້ແທນຂອງບັນດາປະເທດເຂົ້າຮ່ວມກອງປະຊຸມ FAO ພາກພື້ນອາຊີ ປາຊີຟີກຄັ້ງທີ 31.