ໄຂກອງປະຊຸມຄັ້ງທີ 42 ຂອງຄະນະປະຈຳສະພາແຫ່ງຊາດ

(VOVWORLD) -ໃນລະຫວ່າງວັນທີ 10 - 11 ກຸມພາ 2020, ກອງປະຊຸມຄັ້ງທີ 42 ຂອງຄະນະປະຈຳສະພາແຫ່ງຊາດຈະດຳເນີນຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ, ທ່ານນາງປະທານສະພາແຫ່າງຊາດ ຫງວຽນທິກິມເງິນຈະເຂົ້າຮ່ວມ, ກ່າວຄຳປາໄສໄຂກອງປະຊຸມ ແລະ ພ້ອມກັບບັນດາທ່ານຮອງປະທານສະພາແຫ່ງຊາດປ່ຽນກັນເປັນປະທານກອງປະຊຸມ.
ໄຂກອງປະຊຸມຄັ້ງທີ 42 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1ກອງປະຊຸມຄັ້ງທີ 42 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: TTXVN)

ຕາມລາຍການທີ່ຄາດຄະເນ, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ປະກອບຄຳເຫັນໃສ່ບັນຫາທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປັບໄໝລົງໂທດການລະເມີດການບໍລິຫານ ແລະ ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ; ປະກອບຄຳເຫັນກ່ຽວກັບການກະກຽມໃຫ້ປີປະທານ AIPA 2020; ພິຈາລະນາ, ຕົກລົງການສັບຊ້ອນບັນດາໜ່ວຍງານບໍລິຫານຂັ້ນຕາແສງ, ຂັ້ນເມືອງຢູ່ບາງແຂວງ, ນະຄອນທີ່ຂຶ້ນກັບສູນກາງ.

ຕອບກັບ

ຂ່າວ/ບົດ​ອື່ນ