ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 48 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​

(VOVWORLD) -ກອງປະຊຸມຄັ້ງທີ 48 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ໄຂຂຶ້ນໃນວັນທີ 10 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ.
ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 48 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ - ảnh 1 ກອງປະຊຸມຄັ້ງທີ 48 ຂອງ ຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ກອງປະຊຸມດຳເນີນໃນ ລະຫວ່າງວັນທີ 10 – 18 ກັນຍາ, ຄະນະປະຈຳສະພາແຫ່ງຊາດ ຈະ ພິຈາລະນາ, ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍ 5 ສະບັບ: ໃນນັ້ນມີ ກົດໝາຍ ປັບປຸງ, ເພີ່ມເຕີມບາງມາດຕາ ຂອງ ກົດໝາຍວ່າດ້ວຍກຳມະບານ; ກົດໝາຍວ່າດ້ວຍປ້ອງກັນ, ຕ້ານຢາເສບຕິດ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຄົມມະນາຄົມທາງບົກ (ສະບັບປັບປຸງ), ປະກອບຄຳເຫັນກ່ຽວກັບການປະຕິບັດບາງຂໍ້ກຳນົດຂອງປະມວນກົດໝາຍດຳເນີນຄະດີອາຍາປີ 2015.

ຄະນະປະຈຳສະພາແຫ່ງຊາດກໍ່ຈະປະກອບຄຳເຫັນໃສ່ບາງຮ່າງມະຕິຕົກລົງຄື: ມະຕິຕົກລົງຂອງສະພາແຫ່ງຊາດວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສປຊ, ມະຕິຕົກລົງຂອງສະພາແຫ່ງຊາດວ່າດ້ວຍການບໍ່ເກັບຄ່າໃບອອກສິດໃຫ້ຂຸດຄົ້ນຊັບພະຍາກອນນ້ຳສຳລັບວິສາຫະກິດຂຸດຄົ້ນນ້ຳເພື່ອຜະລິດ, ດຳເນີນທຸລະກິດໃນປີ 2020…

ຕອບກັບ

ຂ່າວ/ບົດ​ອື່ນ