(vovworld) - ຕອນເຊົ້າວັນທີ 02/05, ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກຊຸດທີ 11 ຖືກໄຂຂຶ້ນຢ່າງສົມກຽດຢູ່ຮ່າໂນ້ຍ. ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງໄດ້ພິຈາລະນາ, ຕົກລົງ, ໃຫ້ຄຳເຫັນກ່ຽວກັບບັນດາບັນຫາຄື: ສືບຕໍ່ປ່ຽນໃໝ່, ປັບປຸງລະບົບການເມືອງຈາກສູນກາງລົງຮອດຂັ້ນຮາກຖານ; ປ່ຽນໃໝ່, ເພີ່ມທະວີການຊີ້ນຳນຳພາຂອງພັກທີ່ມີຕໍ່ວຽກງານຂົນຂວາຍປະຊາຊົນ; ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ; ສະຫລຸບ 1 ປີແຫ່ງການປະຕິບັດມະຕິຂອງສູນກາງ 4 (ຊຸດທີ 11) ກ່ຽວກັບການກໍ່ສ້າງພັກ; ວາງແຜນການພະນັກງານຂັ້ນຍຸດທະສາດ; ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍູ້ແຮງວຽກງານປົກປັກຮັກສາຊັບພະຍາກອນ, ສິ່ງແວດລ້ອມ ແລະ ບາງບັນຫາສຳຄັນອື່ນໆ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ສະເໜີ 6 ບັນຫາ ເພື່ອໃຫ້ສູນກາງ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມປຶກສາຫາລື, ພິຈາລະນາ ແລະ ຕົກລົງ.
ກ່ຽວກັບບັນຫາສືບຕໍ່ປ່ຽນໃໝ່, ປັບປຸງລະບົບການເມືອງຈາກສູນກາງລົງຮອດຂັ້ນຮາກຖານ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີໃຫ້ກອງປະຊຸມຕ້ອງສຸມໃສ່ປຶກສາຫາລື, ຕີລາຄາບັນດາບັນຫາທີ່ກ່ຽວຂ້ອງເຖິງເລື່ອງຊາບຊືມຢ່າງຮອບດ້ານ ແລະ ຈັດຕັ້ງປະຕິບັດບັນດາມະຕິ, ຂໍ້ສະຫຼຸບຂອງສູນກາງ, ຊີ້ອອກດ້ານດີ ແລະ ດ້ານອອ່ນ, ໄຈ້ແຍກເຫດຜົນ, ສະເໜີບັນດາທັດສະນະ, ແຜນນະໂຍບາຍ ແລະ ມາດຕະການແກ້ໄຂຂໍ້ຄົງຂ້າງ, ອ່ອນດ້ອຍ.
ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ສະເຫນີໃຫ້ບັນດາຜູ້ແທນຈົ່ງຄົ້ນຄ້ວາຢ່າງລະອຽດ, ປຶກສາຫາລືບັນດາເນື້ອໃນບົດລາຍງານອະພິປາຍ, ຮັບເອົາຄຳເຫັນປະກອບຂອງປະຊາຊົນ ແລະ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຊື່ງຄະນະກຳມະການປັບປຸງລັດຖະທຳມະນູນຍື່ນສະເຫນີໃຫ້ເລິກເຊິ່ງ ແລະ ປະກອບຄຳເຫັນມີຄຸນນະພາບ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວວ່າ:
“ບົນຈິດໃຈລວມ ຕ້ອງຮັບຟັງຄວາມເຫັນຂອງປະຊາຊົນຢ່າງຈິງໃຈ, ຮັບເອົາຄຳເຫັນທີ່ເໝາະສົມທັງໝົດ, ຢືດໝັ້ນບັນດາບັນຫາທີ່ມີລັກສະນະຫລັກການ, ຂຶ້ນກັບທາດແທ້ຂອງລະບອບການເມືອງ ແລະ ລັດ, ສືບຕໍ່ຢືນຢັນລັດຫວຽດນາມແມ່ນລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ສິດອຳນາດແຫ່ງລັດທັງໝົດແມ່ນຂຶ້ນກັບປະຊາຊົນ. ສິດອຳນາດແຫ່ງລັດເປັນເອກະພາບ, ມີການແບ່ງງານ,ການສົມທົບ ແລະ ກວດກາລະຫວ່າງບັນດາອົງການໃນການປະຕິບັດອຳນາດນິຕິບັນຍັດ, ອຳນາດບໍລິຫານ, ອຳນາດຕຸລາການ, ພັດທະນາພື້ນຖານເສດຖະກິດການຕະຫລາດຕາມກຳນົດທິດສັງຄົມນິຍົມ. ສຳລັບບັນດາບັນຫາໃຫມ່ສຸດຫລືຍັງມີຄວາມເຫັນແຕກຕ່າງກັນ, ສູນກາງຄວນພິຈາລະນາ, ແລກປ່ຽນຢ່າງລະອຽດເພື່ອມີວິທີການຮັບເອົາ, ອະພິປາຍຢ່າງເໝາະສົມ.”
ກ່ຽວກັບການວາງແຜນພະນັກງານຂັ້ນຍຸດທະສາດ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ:
“ການເລືອກເຟັ້ນບຸກຄະລາກອນເຂົ້າໃນການວາງແຜນພະນັກງານຕ້ອງປະຕິບັດ ຖືກກັບເປົ້າໝາຍ, ເກັ່ນອາຍຸ, ຈຳນວນພະນັກງານ ແລະ ໂຄງປະກອບ ຄືດັ່ງແຜນຮ່າງວາງແຜນພະນັກງານຊື່ງກອງປະຊຸມສູນກາງພັກຄັ້ງທີ 6 ໄດ້ຮັບຮອງເອົາ. ນອກນັ້ນ ຕ້ອງຈຳແນກວຽກງານວາງແຜນພະນັກງານກັບວຽກງານບຸກຄະລາກອນ. ການເລືອກເຟັ້ນບຸກຄະລາກອນຕ້ອງມີມາດຖານ, ຮັບປະກັນລັກສະນະເປັນເອກະພາບ, ຄົບຊຸດ ແລະເຊື່ອມຕໍ່ລະຫວ່າງການວາງແຜນພະນັກງານຈາກຂັ້ນເທິງ ແລະ ຂັ້ນລຸ່ມ ພ້ອມທັງຕ້ອງປະຕິບັດເປັນຫລາຍຄັ້ງ.”