( ພາບ: http://www.congdoanvn.org.vn/ )
ກອງປະຊຸມຄະນະບໍລິຫານງານສະຫະພັນໃຫຍ່ແຮງງານ ຫວຽດນາມ ຄັ້ງທີ 8 ( ຊຸດທີ 10 ) ໄດ້ໄຂຂື້ນໃນຕອນເຊົ້າວັນທີ 4 ມັງກອນ ຢູ່ ຮ່າໂນ້ຍ. ຕາມບົດລາຍງານທີ່ກອງປະຊຸມ, ພາຍຫຼັງເຄິ່ງອາຍຸແຫ່ງການການເຄື່ອນໄຫວ, ກຳມະບານໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງກ່ຽວກັບການຈັດຕັ້ງ, ເນື້ອໃນ, ວິທີການເຄື່ອນໄຫວ ແລະ ມຸ່ງໄປສູ່ຮາກຖານ. ມີການເຄື່ອນໄຫວແຂ່ງຂັ້ນຫຼາຍຢ່າງໂດຍກຳມມະບານປຸກລະດົມ ແລະ ຈັດຕັ້ງປະຕິບັດໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງ, ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕດ້ານເສດຖະກິດ, ສະຖຽນລະພາບດ້ານການເມືອງ ແລະ ສັງຄົມ. ກຳມະບານໄດ້ເຂົ້າຮ່ວມການແກ້ໄຂວຽກເຮັດງານທຳ, ເບິ່ງແຍງດູແລປົກປ້ອງສິດ ແລະ ຜົນປະໂຫຍດອັນສອບທຳຂອງຄົນງານ. ພິເສດ, ໃນໄລຍະທີ່ຜ່ານມາ, ສະຫະພັນໃຫຍ່ແຮງງານ ຫວຽດ ນາມ ໄດ້ຊີ້ນຳການສ້າງທົດລອງຄະນະອາຊີບຫາປາເພື່ອແນໃສ່ໂຄສະນາແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດເຖິງຊາວປະມົງຫຼາຍຄົນສຳເລັດຜົນ. ພ້ອມກັນນັ້ນກໍ່ໄກ້ໄຂບັນດາການຂັດແຍ່ງກັນໃນເວລາຫາປາ, ຊ່ວຍເຫຼືອຊາວປະມົງທີ່ປະສົບເຄາະຮ້າຍ, ຄວາມສຽງບົນທະເລຢ່າງທັນການ ແລະ ປະກອບສ່ວນປົກປັກຮັກສາອະທິປະໄຕທະເລເກາະຂອງປະເທດຊາດ .