(vovworld) - ວັນທີ 10/04, ກອງປະຊຸມປະຈຳປີຄັ້ງທີ 13 ຂອງອົງການຈັດຕັ້ງຮ່ວມມືອິດສະລາມ (OIC) ເລີມດຳເນີນຢູ່ນະຄອນ Istanbul, ປະເທດຕວກກີ, ດ້ວຍຈຸດສຸມແມ່ນປຶກສາຫາລືກ່ຽວກັບບັນຫາປາແລດສະຕິນ, ການປະທະກັນຄັ້ງຕ່າງໆຢູ່ບັນດາປະເທດສະມາຊິກ ແລະ ການຕໍ່ສູ້ຕ້ານກໍ່ການຮ້າຍ. ກອງປະຊຸມເລີ່ມດຳເນີນດ້ວຍເລື່ອງບັນດາເຂົ້າໜ້າທີ່ຂັ້ນສູງ OIC ຮັບຮອງເອົາໂຄງການດຳເນີນງານຂອງກອງປະຊຸມ, ຫຼັງຈາກນັ້ນແມ່ນດຳເນີນກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດໃນລະຫວ່າງວັນທີ 12 – 13/04 ຈະມາເຖິງ. OIC ໃຫ້ຮູ້ວ່າ, ກອງປະຊຸມສຸດຍອດຄັ້ງນີ້ຈະອອກມະຕິກ່ຽວກັບບັນຫາປາແລດສະຕິນ ແລະ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງສາກົນເພື່ອແນໃສ່ດຳເນີນວິວັດທະນາການສັນຕິພາບຢູ່ຕາເວັນອອກກາງຄືນໃໝ່. ການນຳບັນດາປະເທດອິດສະລາມ ກໍຈະພິຈາລະນາສະພາບການຂອງບັນດາປະຊາຄົມອິດສະລາມ ຢູ່ບັນດາປະເທດບໍ່ແມ່ນສະມາຊິກຂອງ OIC ແລະ ປຶກສາຫາລືກ່ຽວກັບບັນຫາຕ້ານການກໍ່ການຮ້າຍ.