ໄຂກອງປະຊຸມປະຈຳປີຄັ້ງທີ 11 ສະພາສົ່ງເສີມ ການທອ່ງທ່ຽວອາຊີ

ໄຂກອງປະຊຸມປະຈຳປີຄັ້ງທີ 11 ສະພາສົ່ງເສີມ ການທອ່ງທ່ຽວອາຊີ - ảnh 1

(ພາບ:ktdt.com.vn)

(TTX)- ຕອນ​ເຊົ້າວັນ​ທີ 10/10,  ກອງ​ປະຊຸມ​ປະຈຳ​ປີ​ຄັ້ງທີ 11 ສະພາ​ສົ່ງ​ເສີມ​ການ​ທອ່ງທ່ຽວ​ອາຊີ​ (CPTA) ໄດ້​ຖືກໄຂຂຶ້ນຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ຄັ້ງນີ້​ໄດ້​ຕີ​ລາຄາ​ບັນດາ​ວຽກ​ງານ​ໄດ້​ຜັນ​ຂະຫຍາຍແລ້ວ​, ກຳນົດ ​ແລະ ​ເອກະ​ພາບ​ແຜນການ​ປະຕິບັດ​ບັນດາ​ໂຄງການ​ໃໝ່, ສະ​ເໜີ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ​ຄຸ້ມ​ຄອງ​ແຫ່ງ​ລັດ​ກ່ຽວ​ກັບ​ດ້ານ​ການທ່ອງທ່ຽວ…​ເພື່ອ​ແນ​ໃສ່​ພັດທະນາ​ການທ່ອງທ່ຽວ​ຂອງ​ບັນດາ​ນະຄອນ​ສະມາຊິກ. ກອງ​ປະຊຸມ​ກໍ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຊຸກຍູ້, ​ໂຄສະນາ​ການທ່ອງທ່ຽວ; ຍົກ​ອອກ​ບັນດາ​ມາດ​ຕະການ​ພັດທະນາ​ຂະ​ແໜງ​ທ່ອງ​ທ່ຽວ​ອາຊີ​ລະຫວ່າງ​ຜູ້ຕາງໜ້າ​ບັນດາ​ນະຄອນ​ສະມາຊິກ ​ແລະ ກຸ່ມ​ວິ​ສາ​ຫະກິດ; ​ໂຄສະນາ​ດຶງດູ​ດແຂກ​ທ່ອງ​ທ່ຽວ​ໄປຢ້ຽມຢາມ​ອາຊີ….​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງທີ 11 ຂອງ CPTA ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື, ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ​ໃນ​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ຮ່າ​ໂນ້ຍ ​ແລະ ບັນດາ​ນະຄອນ​ສະມາຊິກ, ກັບ​ເພື່ອນ​ມິດສາ​ກົນ ​ແລະ ກໍ່​ແມ່ນ​ໂອກາດ​ເພື່ອ​ພົບ​ປະ​ແລກປ່ຽນ, ສ້າງ​ບັນດາ​ການ​ພົວພັນ​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ຮ່າ​ໂນ້ຍ-ຫວຽດນາມ ​ແລະ ບັນດາ​ນະຄອນ, ປະ​ເທດ​ຕ່າງໆ​ໃນ​ທົ່ວ​​ໂລກ.

ຂ່າວ/ບົດ​ອື່ນ