ໄຂກອງປະຊຸມລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຢີອາຊຽນ16(AMMST)

ໄຂກອງປະຊຸມລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຢີອາຊຽນ16(AMMST) - ảnh 1
(ພາບປະກອບ)

(vovworld) – ​ກອງ​ປະຊຸມ AMMST 16​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 6/11 ຢູ່​ນະຄອນຫລວງ ວຽງ​ຈັນ ປະ​ເທດ ລາວ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ພ້ອມ​ກັບ​ຄະນະ​ເລຂາ ອາ​ຊຽນ. ທ່ານ ຫງວຽນ​ກວນ ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ຫວຽດນາມ ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ລັດຖະມົນຕີ ​ແລະ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ຂະ​ແໜງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ອາ​ຊຽນ ສຳ​ຫລວດ​ກວດຄືນໜຶ່ງ​ປີ​​ແຫ່ງ​ການປະຕິບັດ​ບັນດາ​ໂຄງການ​ດຳ​ເນີນ​ງານ ​ແລະ ​ແຜນການ​ຮ່ວມ​ມື​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ​ເປັນ​ເອກະ​ພາບ​ແຜນການ​ດຳ​ເນີນ​ງານ ອາ​ຊຽນ ກ່ຽວ​ກັບ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ​ໃຫ້​ຊຸມ​ປີ​ຕໍ່​ໄປ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ກວນ ຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ຢ່າງ​ລຽນ​ຕິດ ​ແລະ ການ​ຮ່ວມ​ມື​ຢ່າງມີ​ປະສິດທິ​ຜົນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ກັບບັນດາ​ບັນຫາ​ເລິກ​ເຊິ່ງ ກ້ວາງ​ຂວາງ​ແຕກ​ຕ່າງ​ກັນ, ພ້ອມ​ທັງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​​ເຂົ້າ​ຮ່ວມ​ຢ່າງ​ລຽນຕິດ ​ແລະ ການ​ຮ່ວມ​ມື​ໜູນ​ຊ່ວຍ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ, ບັນດາ​ໂຄງການ​ຮ່ວມ​ມື​ກ່ຽວ​ກັບ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ​ກ່ວາ​ອີກ ​ແລະ ບັນລຸ​ໄດ້​ບັນດາ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ, ​ເພື່ອ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງກຸ່ມ ອາ​ຊຽນ.

 

 

ຂ່າວ/ບົດ​ອື່ນ