ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງ
ປະເທດຟ້າມບີ່ງມິງ ເຂົ້າຮ່ວມກອງປະຊຸມ (ຜູ້ທີ 5 ຈາກເບື້ອງຂວາ)
(ພາບ: AFP/ TTXVN)
|
(vovworld) - ຕອນເຊົ້າວັນທີ 26/4, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ (AMM) ໄດ້ໄຂຂຶ້ນຢູ່ສູນກອງປະຊຸມກົວລາລຳເປີ ປະເທດມາເລເຊຍ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ 10 ທ່ານ ຂອງບັນດາປະເທດອາຊຽນ. ກອງປະຊຸມສຸມໃສ່ປຶກສາຫາລືບັນດາບັນຫາກ່ຽວກັບປະຊາຄົມອາຊຽນ, ການສ້າງວິໄສທັດຂອງປະຊາຄົມອາຊຽນ ຫຼັງປີ 2015 ແລະ ບັນດາເອກະສານກ່ຽວຂ້ອງ, ກໍ່ຄືບັນດາຄວາມກ້າວໜ້າໃນການກໍ່ສ້າງປະມວນຂໍ້ກຳນົດປະພືດຕໍ່ຢູ່ທະເລຕາເວັນອອກ (COC) ເພື່ອແກ້ໄຂຄວາມຂັດແຍ້ງກັນໃນພາກພື້ນ.
ກອງປະຊຸມ AMM ແມ່ນເຫດການເປີດສາກຂອງກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 26, ທີ່ດຳເນີນໃນລະຫວ່າງວັນທີ 26-27/4. ພ້ອມກັບກອງປະຊຸມ AMM, ບັນດາກອງປະຊຸມອື່ນໆຄື: ກອງປະຊຸມທາບທາມລັດຖະມົນຕີເສດຖະກິດອາຊຽນ ແລະ ຂ້າຫຼວງດ້ານການຄ້າສະຫະພາບເອີລົບຄັ້ງທີ 13, ກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນຄັ້ງທີ 12, ກອງປະຊຸມສະພາປະສານງານອາຊຽນຄັ້ງທີ 16, ເວທີປາໄສການນຳອາຊຽນ ກໍ່ດຳເນີນໃນວັນທີ 26/4 ນີ້.