( ພາບປະກອບ )
( vovworld ) - ວັນທີ 25/2, ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນ ( ຈີ 20 ) ຖືກໄຂຂື້ນຢູ່ນະຄອນຫຼວງເມຊີໂກ ເພື່ອແນໃສ່ຊອກຫາມາດຕະການຊຸກຍູ້ຄວາມໝັ້ນຄົງ ແລະ ພັດທະນາເສດຖະກິດທົ່ວໂລກ, ພ້ອມກັນນັ້ນກໍປຶກສາຫາລືມາດຕະການແກ້ໄຂວິກິດການໜີ້ສິນແຫ່ງລັດຂອງເຂດນຳໃຊ້ສະກຸນເງິນເອີໂຣລວມ. ໃນເວລາສາມມື້ດຳເນີນກອງປະຊຸມ, ຜູ້ຕາງໜ້າບັນດາປະເທດສະມາຊິກ ແລະ ບັນດາອົງການສາກົນໄດ້ປຶກສາຫາລືຫຼາຍຫົວຂໍ້ທີ່ສຳຄັນເພື່ອແນໃສ່ຊຸກຍູ້ພື້ນຖານເສດຖະກິດໂລກພັດທະນາໃຫ້ມີຄວາມເປັນລະບຽບ, ໃນນັ້ນມີເລື່ອງສະໜອງເງິນຕາໃຫ້ແກ່ກອງທຶນເງິນຕາສາກົນ ( IMF ) ເພື່ອແນໃສ່ຊຸກຍູ້ວິກິດການໜີ້ສິນຢູ່ເອີລົບ. ກອງປະຊຸມກໍຈະຊອກຫາຄວາມສ່ຽງ ແລະ ສິ່ງທ້າທ້າຍທີ່ມີຕໍ່ເສດຖະກິດໂລກ, ບັນດາໂຄງການເຄື່ອນໄຫວເພີ່ມເຕີມ ແລະ ກຳນົດບັນດານະໂຍບາຍຄວນນຳໃຊ້ສຳລັບແຕ່ລະປະເທດ, ປຶກສາຫາລືກ່ຽວກັບບັນດາໂຄງການເຄື່ອນໄຫວ ເພື່ອແນໃສ່ເພີ່ມທະວີວຽກງານປົກປ້ອງຜູ້ນຳໃຊ້ການບໍລິການດ້ານການເງິນ, ລາຄາວັດຖຸດິບ, ລາຄາສະບຽງອາການ, ຍຸດທະສາດການພັດທະນາ ແລະ ຍຸດທະສາດການເຕີບໂຕຂຽວ.