ກອງປະຊຸມລັດຖະມົນຕີວ່າການກະຊວງ
ການຕ່າງປະເທດ ອາຊຽນ ປະຈຳປີຄັ້ງທີ 48 (AMM 48)
(vovworld) - ກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາຊຽນ ປະຈຳປີຄັ້ງທີ 48 (AMM 48) ໄຂຂຶ້ນໃນຕອນເຊົ້າວັນທີ 4/8, ຢູ່ສູນປະຊຸມສາກົນ Putra World, ກົວລາລຳເປີ, ມາເລເຊຍ. ກອງປະຊຸມມີການເຂົ້າຮ່ວມຂອງ ລັດຖະມົນຕີ 10 ທ່ານ ຈາກ 10 ປະເທດ ອາຊຽນ. ຄະນະ ຫວຽດນາມ ໂດຍທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ນຳໜ້າ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Anipha Aman ລັດຖະມົນຕີວ່າການກະຊວງການຕ່າງປະເທດ ປະເທດເຈົ້າພາບ ມາເລເຊຍ, ປະທານຂອງ AMM 48, ສະແດງຄວາມຕັດສິນໃຈຂອງ ອາຊຽນ ໃນການປະຕິບັດບັນດາຄາດໝາຍ ຊຶ່ງພາກພື້ນໄດ້ວາງອອກ, ນັ້ນແມ່ນ ສ້າງອາຊຽນ ສາມັກຄີ, ເອກະພາບບົນພື້ນຖານບັນດາຫລັກການ ແລະ ຄຸນຄ່າພື້ນຖານຂອງທົ່ວພາກພື້ນ. ທ່ານລັດຖະມົນຕີ Anipha Aman ຢືນຢັນວ່າ: ປະຊາຄົມ ອາຊຽນ ຈະນຳມາເຊິ່ງບັນດາກາລະໂອກາດໃໝ່ໃຫ້ແກ່ປະຊາຊົນ ອາຊຽນ ແລະ ປະຊາຄົມທົ່ວໂລກ.
ພາຍຫລັງພິທີໄຂ, ບັນດາລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາຊຽນ ດຳເນີນວາລະປະຊຸມລັບ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ທົ່ວໂລກ. ບັນດາເນື້ອໃນຈຸດສຸມຂອງກອງປະຊຸມຕັ້ງນີ້ ຄາດຄະເນວ່າ: ແມ່ນການປະຕິບັດບັນດາຄາດໝາຍລວມຂອງພາກພື້ນ. ນັ້ນແມ່ນ ຕັກສິນໃຈສ້າງປະຊາຄົມ ອາຊຽນ “ຮ່ວມສຳພັນດ້ານເສດຖະກິດ, ຕິດພັນດ້ານການເມືອງ, ແລະ ພ້ອມກັນແບ່ງປັນຄວາມຮັບຜິດຊອບຕໍ່ສັງຄົມ”, ເພີ່ມທະວີການພົວພັນຕ່າງປະເທດ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບພາກພື້ນພວມປະກົດຕົວ ກໍຄືບົດບາດຫລັກແຫຼ່ງຂອງສະມາຄົມໃນການແກ້ໄຂບັນດາບັນຫາສຳຄັນຢູ່ພາກພື້ນ.
ບັນດາລັດຖະມົນຕີກໍ່ປຶກສາຫາລືກ່ຽວກັບບົດບາດເປັນເຈົ້າການຂອງ ອາຊຽນ ໃນການຮັບປະກັນສະພາບແວດລ້ອມສັນຕິພາບຂອງພາກພື້ນ; ຄວາມໝັ້ນຄົງ ແລະ ສະຖຽນລະພາບ, ເສີມຂະຫຍາຍບັນດາເຄື່ອງມື, ເວທີປາໄສການເມືອງ, ຄວາມປອດໄພໃນພາກພື້ນຄື: ARF, EAS, ADMM+, ກໍຄືບັນດາເອກະສານຄື: ສົນທິສັນຍາສະໜິດສະໜົມ ແລະ ຮ່ວມມືອາຊີຕາເວັນອອກສຽງໃຕ້ (TAC), ຖະແຫຼງການກ່ຽງກັບການປະພຶດຢູ່ທະເລຕາເວັນອອກ (DOC), ສົນທິສັນຍາພາກພື້ນອາຊີຕາເວັນອອກສຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ) ກ່ວາອີກ.
ນັກຂ່າວ VOV ຢູ່ກົວລາລຳເປີ, ມາເລເຊຍ