ໄຂກອງປະຊຸມລັດຖະມົນຕີ ກິລາອາຊຽນຄັ້ງທີ 2 ຢູ່ປະເທດລາວ
(ພາບ: nhandan.com.vn)
(vovworld)- ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເລແຄງຫາຍ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກິລາອາຊຽນ (AMMS) ຄັ້ງທີ 2 ຊື່ງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 5/12, ຢູ່ວຽງຈັນ ປະເທດລາວ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ໃຫ້ຮູ້ວ່າ: ລັດຖະບານລາວ ສົ່ງເສີມ ແລະ ສະໜັບສະໜູນບັນດາການເຄື່ອນໄຫວກິລາ, ຖືວ່ານີ້ແມ່ນໜ້າທີ່ຂອງທົ່ວສັງຄົມລາວ. ລັດຖະບານລາວ ປະຕິບັດແຜນການຍຸດທະສາດສຳລັບກິລາ, ໃນນັ້ນສຸມໃສ່ສົ່ງເສີມການຍົກສູງສຸຂະພາບ ແລະ ຈິດໃຈໃຫ້ແກ່ ປຊຊ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວກິລາໃນພາກພື້ນຢ່າງຕັ້ງໜ້າ ເພື່ອແນໃສ່ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືກັບເພື່ອນມິດສາກົນ. ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ເນັ້ນໜັກວ່າ: ກອງປະຊຸມລັດຖະມົນຕີກິລາອາຊຽນ (AMMS) ມີຄວາມໝາຍສຳຄັນສຳລັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂົງເຂດກິລາຂອງບັນດາປະເທດອາຊຽນ. ທ່ານຮຽກຮ້ອງການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າຂອງບັນດາຜູ້ແທນເພື່ອແນໃສ່ປະຕິບັດຫົວເລື່ອງ “ກິລາເພື່ອການຮ່ວມມື, ມິດຕະພາບ, ສັນຕິພາບ ແລະ ພັດທະນາ“ ເປັນຢ່າງດີ./.