(vovworld) – ວັນທີ 16/11, ລັດຖະມົນຕີບັນດາພື້ນຖານເສດຖະກິດສະມາຊິກ ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ເລີ່ມຈັດກອງປະຊຸມແກ່ຍາວເປັນເວລາ 2 ວັນ, ຢູ່ນະຄອນຫຼວງ ມານີລາ, ປະເທດຟິລິບປີນ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືຕ້ານກໍ່ການຮ້າຍ ພາຍຫຼັງເກີດບັນດາການບຸກໂຈມຕີຢູ່ນະຄອນຫຼວງປາຣີ, ປະເທດຝລັ່ງ ໃນວັນທີ 13/11 ແລະ ຂໍ້ລິເລີ່ມການຄ້າເສລີຂອບເຂດພາກພື້ນ ພາຍຫຼັງບັນລຸໄດ້ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP); 21 ພື້ນຖານເສດຖະກິດສະມາຊິກຂອງເວທີປາໄສນີ້ ພວມພິຈາລະນາປະຕິກິລິຍາລວມ ກ່ຽວກັບການບຸກໂຈມຕີກໍ່ການຮ້າຍໃນໄລຍະຜ່ານມາຢູ່ຝລັ່ງ ໃນຄຳຖະແຫຼງຂອງການນຳ APEC ເຊິ່ງຄາດວ່າຈະໄດ້ຍົກອອກມາພາຍຫຼັງກອງປະຊຸມຂັ້ນສູງ APEC ໃນລະຫວ່າງວັນທີ 18 – 19/11. ບັນດາກອງປະຊຸມຢູ່ ມານີລາ ກໍປຶກສາຫາລືວິທີການ 21 ພື້ນຖານເສດຖະກິດ APEC ສາມາດສົມທົບກັນເພື່ອຊອກຫາຄາດໝາຍສ້າງຕັ້ງພາກພື້ນການຄ້າເສລີ APEC (ຫຼືເອີ້ນວ່າພາກພື້ນການຄ້າເສລີອາຊີ - ປາຊີຟິກ (FTAAP). ບັນດາລັດຖະມົນຕີ APEC ຈະພິຈາລະນາຄວາມກ້າວໜ້າຂອງການຄົ້ນຄວ້າລວມກ່ຽວກັບໂຄງການ FTAAP ຄາດວ່າຈະສ້າງສຳເລັດໃນທ້າຍປີ 2016.