(vovworld) - ກອງປະຊຸມສຸດຍອດການເຈລະຈາຮ່ວມມືອາຊີ ຄັ້ງທີ 2 (ACD) ຖືກໄຂຂຶ້ນໃນຕອນເຊົ້າວັນທີ 10/10 ຢູ່ນະຄອນຫຼວງບາງກອກ, ປະເທດໄທ, ດ້ວຍການເຂົ້າຮ່ວມຂອງບັນດາປະມຸກລັດ ແລະ ການນຳຂອງ 34 ປະເທດສະມາຊິກ ACD. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ນຳໜ້າເຂົ້າຮ່ວມກອງປະຊຸມຄັ້ງນີ້. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບໄທ ພຣະຢຸດ ຈັນໂອຈາ ເຊື່ອໝັ້ນວ່າ, ດ້ວຍຫົວຂໍ້ “ອາຊີໜຶ່ງ, ທ່າແຮງຫຼາຍແງ່ມູມ”, ກອງປະຊຸມສຸດຍອດຄັ້ງທີ 2 ຂອງ ACD ຈະວາງອອກພື້ນຖານໃຫ້ອະນາຄົດທີ່ດີງາມກ່ຽວກັບການຮ່ວມມືພັດທະນາຢ່າງໝັ້ນຄົງຢູ່ອາຊີ.
ກ່າວຄຳເຫັນທີ່ກອງປະຊຸມ, ຕາງໜ້າໃຫ້ຄະນະຜູ້ແທນຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ, ການເຊື່ອມຕໍ່ແມ່ນກຸນແຈສຳຄັນເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດອາຊີ, ໃນນັ້ນຕ້ອງສຸມໃສ່ເຂົ້າໃນການເຊື່ອມຕໍ່ຫຼາຍດ້ານ ແລະ ຫຼາຍຂົງເຂດ. ບໍ່ພຽງແຕ່ກຳນົດໃນຂອບເຂດຮ່ວມມືດ້ານຄົມມະນາຄົມ ແລະ logistic ເທົ່ານັ້ນ, ຫາກຍັງໃນທຸກຂົງເຂດຄື: ການຄ້າ, ການລົງທຶນ, ການເຊື່ອມຕໍ່ດ້ານການທ່ອງທ່ຽວ… ກ່ອນອື່ນໝົດແມ່ນຢູ່ຕາມແລວເສດຖະກິດ. ສິ່ງນີ້ໄດ້ຢືນຢັນອີກຄັ້ງໜຶ່ງບົດບາດ ແລະ ຄວາມສຳຄັນຂອງການຮ່ວມມື ACD.
ໃນຂອບເຂດກອງປະຊຸມນີ້, ບັນດາການນຳ ແລະ ຫົວໜ້າຄະນະເຂົ້າຮ່ວມການເຈລະຈາກັບຜູ້ຕາງໜ້າເຂດເສດຖະກິດພາກເອກະຊົນ; ຮັບຮອງເອົາບັນດາເອກະສານຂອງກອງປະຊຸມ…