ທ່ານປະທານຄະນະກຳມະການສະຫະພາບອາຟຼິກາ Jean Ping
(ພາບ:ອິນເຕີແນັດ)
( vovworld ) – ກອງປະຊຸມສຸດຍອດສະຫະພາບບັນດາປະເທດອາຟຼິກາ ຄັ້ງທີ 19 ໄດ້ຖືກໄຂຂຶ້ນໃນວັນທີ 15/7 ຢູ່ນະຄອນ Addis Ababa Etiopia ເພື່ອແນໃສ່ປຶກສາຫາລືສະພາບການຢູ່ບັນດາສະຖານທີ່ເຄັ່ງຮ້ອນໃນພາກພື້ນ. ຄວາມໝັ້ນຄົງແມ່ນຫົວເລື່ອງໄດ້ຮັບບຸລິມະສິດປຶກສາຫາລືທີ່ກອງປະຊຸມຄັ້ງນີ້, ພີເສດແມ່ນສະພາບຂາດສະຖຽນລະພາບຢູ່ Mali, ການໃຊ້ຄວາມຮຸນແຮງເກີດຂຶ້ນຄືນໃໝ່ຢູ່ປະເທດ ສາທາລະນະລັດ ປະຊາທິປະໄຕ Conggo ແລະ ວິກິດການລະຫວ່າງ Sudan ແລະ Sudan ໃຕ້. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານ Jean Ping ປະທານສະຫະພາບອາຟຼິກາ ໃຫ້ຮູ້ວ່າ: ສະຫະພາບອາຟຼິກາ ພ້ອມແລ້ວທີ່ຈະສົ່ງກຳລັງປ້ອງກັນຄວາມສະຫງົບໄປຍັງເຂດຕາເວັນອອກປະເທດສາທາລະນະລັດ ປະຊາທິປະໄຕ Conggo ເພື່ອແນໃສ່ຮັກສາພື້ນຖານສັນຕິພາບ ກໍ່ຄືຢຸດຕິບັນດາການເຄື່ອນໄຫວໃຊ້ຄວາມຮຸນແຮງຂອງກຸ່ມທະຫານກະບົດ. ສະຫະພາບອາຟຼິກາ ໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນຕໍ່ບັນດາສະຖານທີ່ເຄັ່ງຮ້ອນອື່ນຢູ່ອາຟຼິກາ, ພິເສດແມ່ນວິກິດການທີ່ພວມເກີດຂຶ້ນຢູ່ Mali.