ໄຂກອງປະຊຸມສຸດຍອດ ບັນດາວິສາຫະກິດ ອາເປັກ


ໄຂກອງປະຊຸມສຸດຍອດ ບັນດາວິສາຫະກິດ ອາເປັກ - ảnh 1

​(ພາບ: http://radiovietnam.vn)

 (vovworld)- ​ ຕອນ​ເຊົ້າວັນ​ທີ 9/11, ກອງປະຊຸມ​ສຸດ​ຍອດ​ບັນດາ​ວິ​ສາ​ຫະກິດ​ອາ​ເປັ​ກ ​ໄດ້​ໄຂ​ຂຶ້ນ​ຢູ່​ປັກ​ກິ​ງ ປະ​ເທດ​ຈີນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ​ທີ່​ສຸດ​ໃນ​ສັບປະດາ​ຂັ້ນ​ສູງ​ອາ​ເປັກ ພວມ​ດຳ​ເນີນ​ຢູ່​ປັກ​ກິ​ງ ​ແລະ ກໍ່​ແມ່ນ​ເຫດການ​ສຳຄັນ​ທີ່​ສຸດ​ຂອງ​ວົງ​ການ​ນັກທຸລະກິດ ​ແລະ ການ​ນຳ​ເສດຖະກິດ​ພາກ​ພື້ນ​ອາ​ຊີ-​ປາຊີ​ຟິກ​ໃນ​ປີ. ດ້ວຍ​ຫົວ​ຂໍ້ “ອະນາຄົດໃໝ່ຢູ່ອາຊີ-​ປາຊີຟິກ: ຂໍ້ລິເລີ່, ຮ່ວມສຳພັນ, ​ເຊື່ອມໂຍງ, ວັດທະນາຖາວອນ“, ກອງ​ປະຊຸມ​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ຜູ້ຕາງໜ້າ​ວິ​ສາ​ຫະກິດ 1200 ກ່ວາ​ແຫ່ງ​ມາ​ຈາກ 21 ປະ​ເທດ​ສະມາຊິກ​ອາ​ເປັກ ພ້ອມ​ກັບ 16 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນນອກ​ພາກ​ພື້ນ.

  ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ, ທ່ານ​ປະທານ​ປະ​ເທດ​ຈີນ ສື​ຈິນຜິ​ງ ຕີ​ລາຄາ​ວ່າ: ພາກ​ພື້ນ​ອາ​ຊີ-​ປາຊີ​ຟິກ ​ແມ່ນ​ພາກ​ພື້ນ​ມີ​ພື້ນຖານ​ເສດຖະກິດ​ຂະຫຍັນ​ຂັນ​ເຂື່ອນ, ​ມີ​ລະດັບການ​ເຕີບ​ໂຕ​ເສດຖະກິດ​ວ່ອງ​ໄວ, ມີຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ໃຫ່ຍກ່ວາ​ໝູ່​ໃນ​ໂລກ, ​ນຳ​ໜ້າ​ໃນ​ການ​ຟື້ນ​ຟູ​ຂອງ​ພື້ນຖານເສດຖະກິດທົ່ວໂລກ. ທ່ານ​ປະທານ​ປະ​ເທດ​ຈີນ ສື​ຈິນຜິ​ງ ຮຽກຮ້ອງ​ບັນດາ​ສະມາຊິກ​ອາ​ເປັກ ຈົ່ງ​ມານະ​ພະຍາຍາມ​ຊຸກຍູ້​ວິວັດ​ການ​ຫັນ​ພື້ນຖານ​ເສດຖະກິດ​ໃນ​ພາກ​ພື້ນ​ເປັນ​ໜຶ່ງ​ດຽວ, ​ເພ​ີ່ມທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ແນ​ໃສ່​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ./.
ຂ່າວ/ບົດ​ອື່ນ