ໄຂກອງປະຊຸມສຸດຍອດ EU ບໍ່ເປັນທາງການ
(ພາບ:vietgiaitri.com)
(vovworld) - ກອງປະຊຸມສຸດຍອດບໍ່ເປັນທາງການບັນດາປະມຸກລັດ ແລະ ຜູ້ນຳລັດຖະບານ 27 ປະເທດສະມາຊິກສະຫະພາບເອີລົບ (EU) ໄດ້ໄຂຂຶ້ນໃນວັນທີ 22/11 ຢູ່ນະຄອນຫຼວງບຣຸກແຊນ ປະເທດແບນຊິກ. ກອງປະຊຸມຄັ້ງນີ້ສຸມໃສ່ແຜນງົບປະມານໄລຍະ 2014-2020 ໃນສະພາບການທີ່ບັນດາປະເທດສະມາຊິກພວມຕ້ອງດຳເນີນນະໂຍບາຍຮັດແໜ້ນການໃຊ້ຈ່າຍຍ້ອນວິກິດການໜີ້ສາທາລະນະກໍ່ຂຶ້ນ. ໃນຂອບເຂດກອງປະຊຸມ, ທ່ານປະທານສະພາເອີລົບ ຍື່ນສະເໜີຮ່າງຜານການເງິນໄລຍະ 2014-2020 ດ້ວຍງົບປະມານປະມານ 950 ຕື້ເອີໂຣ. ວົງການນັກໄຈ້ແຍກຖືກວ່າ, ບັນດາການນຳ EU ຈະປະສົບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍໃນການປຶກສາຫາລືຄັ້ງຕ່າງໆເພື່ອແນໃສ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ ເພື່ອຜົນປະໂຫຍດຂອງທັງ 27 ປະເທດສະມາຊິກກ່ຽວແຜນການເງິນດັ່ງກ່າວ. ກອງປະຊຸມສຸດຍອດບໍ່ເປັນທາງການຂອງ EU ອັດລົງໃນຕອນບ່າຍວັນທີ 23/11.