(ພາບປະກອບ: dantri.com.vn)
(vovworld)- ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົນເດັ່ນຂຶ້ນໃນໂລກ (G20) ໄດ້ໄຂຂຶ້ນໃນວັນທີ 5/9, ຢູ່ນະຄອນ St.Petesburg ຂອງສະຫະພັນລັດເຊຍ ໂດຍມີການເຂົ້າຮ່ວມຂອງການນຳ 34 ປະເທດ ແລະ ບັນດາອົງການຈັດຕັ້ງໃນໂລກ. ນີ້ແມ່ນການພົບປະຄັ້ງທີ 8 ຂອງການນຳກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົນເດັ່ນຂຶ້ນ ດ້ວຍຫົວເລື່ອງ ຈຸດສຸມແມ່ນເນື້ອໃນເສດຖະກິດ. ໃນເວລາທຳອິດ, ກອງປະຊຸມສຸມໃສ່ປຶກສາຫາລືບັນດາບັນຫາເສດຖະກິດໃນໂລກ; ການພັດທະນາແບບຍືນຍົງ, ຕ້ານໄພຫວ່າງງານ, ສໍ້ລາດບັງຫຼວງ…ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານາທິບໍດີປະເທດເຈົ້າພາບ V.Putin ສະແດງຄວາມຫວັງວ່າ ບັນດາການນຳ G20 ຈະມີການໂອ້ລົມສົນທະນາທີ່ມີລັກສະນະສ້າງສັນ ແລະ ຢືນຢັນວ່າ: ຜົນສຳເລັດຂອງກອງປະຊຸມຈະແມ່ນບັນດາການປຶກສາຫາລືທີ່ຕັ້ງໜ້າ ແລະ ບັນດາເອກະສານໄດ້ຮັບການຮຽບຮຽງ ແລະ ເຫັນດີເປັນເອກະສັນລ່ວງໜ້າຈະຖືກຮັບຮອງເອົາ.