ໄຂກອງປະຊຸມສະພາປຶກສາ ການເມືອງປະຊາຊົນແຫ່ງຊາດຈີນປີ 2013

ໄຂກອງປະຊຸມສະພາປຶກສາ ການເມືອງປະຊາຊົນແຫ່ງຊາດຈີນປີ 2013 - ảnh 1
(ພາບ:
vietnamese.cri.cn)

(vovworld)-​ ​ສະ​ໄໝ​ປະຊຸມ​ຄັ້ງປະຖົມມະ​ເລິກ, ກອງ​ປະຊຸມ​ສະ​ພາປຶກ​ສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ 12 ​ໄດ້​ໄຂ​ຂຶ້ນຢຸ່ນະຄອນຫຼວງປັກປີງ. ທ່ານ​ເລຂາທິການ​ໃຫ່ຍ, ​ປະທານປະ​ເທດ​ຫູ​ຈິນ​ເທົາ, ປະທານ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ອູ​ປາງ​ກົວ, ນາຍົກລັດຖະມົນຕີ​ເສີນ​ເຈ​ບປາວ, ປະທານ​​ສະ​ພາທີ່​ປຶກ​ສາປະຊາຊົນ​ແຫ່ງ​ຊາດຈາ​ຈິງ​ຫຼິນ ​ແລະ ບັນດາ​ການ​ນຳ​ຂັ້ນສູງຂອງ​ພັກ, ລັດ ພ້ອມ​ດ້ວຍ​ຜູ້​ແທນ 2200 ຄົນຕາງໜ້າ​ໃຫ້​ປະຊາຊົນຈີນ​ທຸກ​ຊັ້ນຄົນ​ໄດ້​ເຂົາຮ່ວມ​ກອງ​ປະຊຸມ​ສຳຄັນ​ຄັ້ງນີ້. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ປະທານ​​ສະ​ພາທີ່​ປຶກ​ສາປະຊາຊົນ​ແຫ່ງ​ຊາດຈາ​ຈິງ​ຫຼິນ ​ໄດ້​ເນັ້ນໜັກ​ເຖິງ​ວຽກ​ງານ​ສະພາ​​ທີ່​ປຶກ​ສາປະຊາຊົນ​ແຫ່ງ​ຊາດໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ສືບ​ຕໍ່​ສຸມ​ໃສ່​ບາງ​ໜ້າ​ທີ່​ລະອຽດ​ຄື: ຮ່ຳຮຽນ ​ແລະ ຊາບ​ຊືມຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 18 ພັກ​ກອມ​ມູນິດ​ຈີນ, ຕັ້ງໜ້າ​ເປັນ​ເສນາ​ທິການ​ກໍ່ສ້າງ​ສັງຄົມ​ໄກ່​ເກ່ຍປອງ​ດອງ, ສ້າງ​ກົນ​ໄກ​ເຈລະຈາ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ສຳ​ເລັດ. ຄາດ​ວ່າ, ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ ປີ 2013 ຈະ​ອັດ​ລົງ​ໃນຕອນ​ເຊົ້າ​ວັນ​ທີ 12/3.

ຂ່າວ/ບົດ​ອື່ນ