ກອງປະຊຸມສະພາປະທານສະຫະພັນກຳມະບານໂລກ
(ພາບ: baomoi.com)
(vovworld) – ຕອນເຊົ້າວັນທີ 05/03 ຢູ່ຮ່າໂນ້ຍ ກອງປະຊຸມສະພາປະທານສະຫະພັນກຳມະບານໂລກຖືກໄຂຂຶ້ນຢ່າງເປັນທາງການ, ດ້ວຍການເຂົ້າຮ່ວມຂອງຜູ້ແທນສາກົນເກືອບ 60 ທ່ານທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນ. ກອງປະຊຸມແມ່ນໂອກາດ ເພື່ອໃຫ້ບັນດາການນຳກຳມະບານປະເທດຕ່າງໆໃນໂລກປຶກສາຫາລືກ່ຽວກັບການເຄື່ອນໄຫວຂອງສະຫະພັນກຳມະບານໂລກໃນປີ 2015, ວາງທິດທາງເຄື່ອນໄຫວໃນປີ 2016, ແບ່ງປັນຂໍ້ມູນຂ່າວກ່ຽວກັບສະພາບແຮງງານ ແລະ ປຶກສາຫາລືບັນດາມາດຕະການ ເພື່ອແນໃສ່ຮັບປະກັນວຽກເຮັດງານທຳ ແລະ ຊີວິດການເປັນຢູ່ໃຫ້ແກ່ຊາວຜູ້ອອກແຮງງານ. ກອງປະຊຸມຄັ້ງນີ້ກໍ່ປຶກສາຫາລືແຜນການເຄື່ອນໄຫວປີ 2016 ຂອງສະຫະພັນກຳມະບານໂລກ, ມຸ່ງໄປເຖິງກອງປະຊຸມໃຫຍ່ກຳມະບານໂລກຄັ້ງທີ 17.