ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ກ່າວຄຳເຫັນທີ່ພິທີໄຂ
(ພາບ: vtv.vn)
(vovworld)- ກອງປະຊຸມສະມັດຊາໃຫ່ຍສະຫະສະມາຄົມກະຈາຍສຽງ-ໂທລະພາບອາຊີ-ປາຊີຝິກ ຄັ້ງທີ 50 (ABU) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 28/10 ຢູ່ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນ 500 ທ່ານແມ່ນນັກຄຸ້ມຄອງຂັ້ນສູງຂອງກ່ວາ 200 ອົງການສະມາຊິກ ຊື່ງແມ່ນອົງການກະຈາຍສຽງ, ໂທລະພາບໃນພາກພື້ນ ແລະ ໂລກ, ບັນດາອົງການຄູ່ຮ່ວມມື ແລະ ນັກສັງເກດການຈາກກ່ວາ 50 ປະເທດ ແລະ ເຂດແຄ້ວນ ພ້ອມກັບຜູ້ແທນພາຍໃນປະເທດເກືອບ 200 ທ່ານ. ກ່າວຄຳເຫັນໄຂກອງປະຊຸມສະມັດຊາໃຫ່ຍ ABU ຄັ້ງທີ 50, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ເນັ້ນໜັກວ່າ: ໃນຍຸກປະຈຸບັນ, ການຂະຫຍາຍຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ພິເສດແມ່ນເຕັກໂນໂລຊີດີຊີຕອນ ແລະ ສື່ສານລວມສູນພວມສ້າງເປັນສັງກາດສື່ສານໃໝ່, ຮັກແຄບບັນດາຊ່ອງວ່າງກ່ຽວກັບດ້ານກາລະເທສະ:
“ວິວັດການຫັນເປັນດີຈີຕອນພວມແມ່ນທ່າອຽງແນ່ນອນເພື່ອໃຫ້ບັນດາວິທະຍຸກະຈາຍສຽງໂທລະພາບໃນໂລກມຸ່ງໄປເຖິງ ເພື່ອແນໃສ່ຍົກສູງປະສິດທິຜົນການສື່ສານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນຂ່າວສານທີ່ມີຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຂອງຜູ້ຟັງຜູ້ຊົມ. ຂ້າພະເຈົ້າເຊື່ອໝັ້ນວ່າ, ໃນສະໄໝປະຊຸມຄັ້ງນີ້, ດ້ວຍຫົວເລື່ອງ: “ຮັບໃຊ້ຜູ້ຟັງຜູ້ຊົມໃນສັງກາດດີຊີຕອນ“ ຈະແມ່ນໂອກາດເພື່ອໃຫ້ບັນດານັກວາງແຜນນະໂຍບາຍ, ນັກປາຖະກະຖາ ແລະ ນັກຄຸ້ມຄອງຂັ້ນສູງມາຈາກບັນດາອົງການສະມາຊິກ, ບັນດາຄູ່ຮ່ວມມືຂອງສະຫະສະມາຄົມກະຈາຍສຽງ-ໂທລະພາບອາຊີ-ປາຊີຝິກ ສາມາດແລກປ່ຽນ, ປຶກສາຫາລື, ແບ່ງປັນຄວາມຮັບຮູ້, ທ່າອ່ຽງ, ວິໄສທັດ ແລະ ວາງທິດທາງທີ່ມີລັກສະນະຍຸດທະສາດ; ກໍ່ຄືບັນດາລາຍການກະທຳລະອຽດ, ແທດຈິງເພື່ອແນໃສ່ພັດທະນາຂະແໜງກະຈາຍສຽງໂທລະພາບ, ເພິ່ມທະວີການຮ່ວມມືສອງຝ່າຍ, ຫຼາຍຝ່າຍລະຫວ່າງບັນດາອົງການສະມາຊິກ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນຂ່າວສານຢ່າງໄວວາ, ຊັດເຈນ, ຫຼາຍຮູບຫຼາຍແບບໃນທຸກດ້ານຂອງຊີວິດສັງຄົມ, ຂອງຜູ້ຟັງຜູ້ຊົມໃຫ້ນັບມື້ນັບດີກ່ວາ ແລະ ປະກອບສ່ວນຢ່າງແທດຈິງເຂົ້າໃນສັນຕິພາບ, ມິດຕະພາບ, ການຮ່ວມມື, ການພັດທະນາຂອງບັນດາປະເທດ ແລະ ປະຊາຊາດໃນໂລກ“.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ຢືນຢັນວ່າ: ຍາມໃນຫວຽດນາມ ກໍ່ໃຫ້ບຸລິມະສິດ, ສະຫງວນຄວາມເອົາໃຈໃສ່ລົງທຶນ ແລະ ມີບັນດາກົນໄກ, ນະໂຍບາຍສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາຮອບດ້ານຂອງຂະແໜງຈະຈາຍສຽງ-ໂທລະພາບຕາມທິດຫັນເຕັກໂນໂລຊີເປັນທັນສະໄໝ, ຫັນການເຄື່ອນໄຫວການຜະລິດລາຍການເປັນວິຊາການ. ຫັນປະເພດບໍລິການເປັນຫຼາຍຮູບຫຼາຍແບບ ພ້ອມທັງຍູ້ແຮງການຮ່ວມມື, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ.