ໄຂກອງປະຊຸມອະນາຄົດ ຂອງອາຊີ ຢູ່ຍີ່ປຸ່ນ

ໄຂກອງປະຊຸມອະນາຄົດ ຂອງອາຊີ ຢູ່ຍີ່ປຸ່ນ - ảnh 1
(ກອງ​ປະຊຸມ​ອະນາຄົດ​ຂອງ​ອາຊີຄັ້ງ​ທີ 19)

(vovworld) - ກອງ​ປະຊຸມ​ອະນາຄົດ​ຂອງ​ອາຊີຄັ້ງ​ທີ 19 ​ໂດຍ​ໜັງສື​ພິມ Nikkei ​ແລະ ສູນຄົ້ນຄວ້າ​ເສດຖະກິດ​ຍີ່ປຸ່ນ (JCER) ຈັດ​ຕັ້ງ, ​ໄດ​້​ໄຂ​ຂຶ້ນຢູ່​ນະຄອນຫຼວງ​ໂຕ​ກຽວ ​ຢ່າງ​ເປັນ​ທາງ​ການ​, ​ໃນ​ວັນ​ທີ 23/05. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ການ​ນຳ​ບັນດາ​ລັດຖະບານ, ວິ​ສາ​ຫະກິດ, ບັນດາ​ອົງການ​ສາກົນ ​ແລະ ວົງ​ການ​ນັກຮຽນ​ຮູ້​ທີ່ມາ​ຈາກ​ຫຼາຍ​ປະ​ເທດ​ໃນ​ພາກພື້ນ. ຄະນະ​ຜູ້​ແທນລັດຖະບານ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທ້ຽ​ນ​ເຍີນ ນຳ​ໜ້າ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ດ້ວຍ​ຫົວ​ຂໍ້​ວ່າ “ອາຊີ ຊອກ​ຫາ​ບັນດາ​ບາດກ້າວ​ເພື່ອ​ມຸ້ງ​ໄປ​ເຖິງ​ການ​ພົວພັນ ​ແລະ ​ເຊື່ອມ​ໂຍງຢ່າງ​ແຮງ​ກວ່າ”, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວ​ຂ້ອງ​ເຖິງ​ການ​ເຊື່ອມ​ໂຍງ, ການພັດທະນາ​ເສດຖະກິດ ​ແລະ ສິ່ງ​ທ້າ​ທ້າຍ​ທີ່​ມີ​ຕໍ່​ຄວາມ​ໝັ້ນຄົງຂອງພາກ​ພື້ນໃນ​ສະພາບ​ການ​ທີ່​ການ​ນຳ​ຢູ່​ບາງ​ປະ​ເທດມີ​​ການ​ປ່ຽນ​ແປງ, ​ໃນ​ນັ້ນ​ມີ​ຍີ່ປຸ່ນ, ຈີນ ​ແລະ ສ.ເກົາຫຼີ ກໍ​ຄື​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພິດ​ພາດ​ອະທິປະ​ໄຕ​​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່ໃນພາກ​ພື້ນ. ຕາມ​ລາຍການ​​ແລ້ວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທ້ຽນ​ເຍີນ​ ຈະ​ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້.
ຂ່າວ/ບົດ​ອື່ນ