ໄຂກອງປະຊຸມໃຫຍ່ກຳມະບານຫວຽດນາມຄັ້ງທີ 11

ໄຂກອງປະຊຸມໃຫຍ່ກຳມະບານຫວຽດນາມຄັ້ງທີ 11 - ảnh 1
ກອງ​ປະຊຸມ​ໃຫຍ່​ກຳມະບານ​ຫວຽດນາມ ຄັ້ງ​ທີ 11


(vovworld)- ​ວັນ​ທີ 28/7, ກອງ​ປະຊຸມ​ໃຫຍ່​ກຳມະບານ​ຫວຽດນາມ ຄັ້ງ​ທີ 11, ອາຍຸ​ການ 2013- 2018 ຖືກ​ໄຂ​ຂຶ້ນ ຢູ່ ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 950 ຄົນ​ທີ່​ຕາງຫນ້າ​ໃຫ້​ສະມາຊິກ​ກຳ​ມະ​ບານ​ເກືອບ 8 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ ​ແລະ ຜູ້ຕາງຫນ້າ​ບັນດາ​ອົງການ​ມະຫາຊົນ​ສາກົນ, ທູຕານຸທູດ, ອົງການ​ສາກົນ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ ຫວຽດນາມ, ທ່ານ ຫງວຽນ​ຊີງ​ຮຸ່ງ ປະທານ​ສະພາ​ແຫ່ງ​ຊາດ​, ທ່ານປະທານ​ປະ​ເທດ​ ​ເຈືອງ​ເຕີນ​ຊາງ, ທ່ານ​ນາຍົລັດຖະມົນຕີ ຫງວຽນ​ເຕີ​ຢູງ ພ້ອມ​ດ້ວຍ​ການ​ນຳ​ຄະນະ​ກຳມະການ​ສູ​ນກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ອະດີດ​ການ​ນຳ​ພັກ, ລັດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ​ຈ້ອງ ​ໄດ້​ເນັ້ນ​ຫນັກ​ວ່າ:        “ປະຈຸ​ບັນ ຫວຽດນາມ ພວມ​ຫັນປ່ຽນຢ່າງ​ແຂງ​ແຮງ​ໃນ​ວິວັດ​ທະ​ນາ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ, ປະຕິບັດ 2 ຫນ້າ​ທີ່​ຍຸດ​ທະ​ສາດຄື:​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສະ​ນັ້ນ ຮຽກຮ້ອງ​ໃຫ້​ຖັນ​ແຖວ​ກຳມະກອນ​ຜູ້​ອອກ​ແຮງ​ງານ ຕ້ອງ​ຍົກ​​ຕົນ​ເອງ​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່ ບໍ່​ພຽງ​ແຕ່​ກ່ຽວກັບ​ການ​ອອກ​ແຮງງານ​ມີ​ພູມ​ປັນຍາ, ຫົວຄິດ​ປະດິດ​ສ້າງ​ເທົ່າ​ນັ້ນ ຫາກ​ຍັງ​ນັບ​ທັງ​ຄວາມ​ຮັບ​ຮູ້, ບົດບາດ​ທີ່​ຕັ້ງ​ດ້ານ​ການ​ເມືອງ​ອັນ​ໃຫຍ່​ຫລວງ​ຂອງ​ຊົນ​ຊັ້ນ​ກຳມະກອນ, ຊຶ່ງ​ແມ່ນ​ຊົນ​ຊັ້ນ​ເປັນ​ເຈົ້າ​ຂອງ​ຊາກ​ຕະກຳ​ຂອງ​ປະ​ເທດ​ຊາດ.”

ນະ​ພິທີ, ທ່ານ ດັ້ງ​ງອກ​ຕູ​່ງ, ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ໃຫ້​ຮູ້​ວ່າ: ອາຍຸ​ການ  2013-2018, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ກຳນົດ ສືບ​ຕໍ່​ປ່ຽນ​ໃຫມ່​ເນື້ອ​ໃນ ​ແລະ ຮູ​ບການ​ເຄື່ອນ​ໄຫວ​ກຳມະບານ.

        “ສະພາບ​ທີ່​ວາງ​ອອກ​ໃຫ້​ກຳ​ມະ​ບານ​ຫວຽດນາມ​ ບັນດາ​ຄຳ​ຮຽກຮ້ອງ​ຕ້ອງການ​ໃຫມ່, ຮຽກຮ້ອງ​ໃຫ້​ອົງການ​ກຳມະບານ​ຕ້ອງ​ກຳ​ແຫນ້ນ ອາລົມ​ຈິດ, ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ຄົນ​ງານ, ​ເລີ່​ມມາ​ຈາກ​ບົດບາດ​ທີ່​ຕັ້ງຂອງ​ກຳມະບານ​ເພື່ອ​ວາງ​ອອກ​ບັນດາ​ຈຸດໝາຍ, ທິດ​ທາງ ​ແລະ ຫນ້າ​ທີ່​ລະອຽດ​, ​ເໝາະ​ສົມ. ​ແຕ່ລະ​ຮາກ​ຖານ​ກຳມະບານ​ຄວນ​ປະຕິບັດ​ບັນດາ​ພາລະ​ຫນ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ.”

 

ຂ່າວ/ບົດ​ອື່ນ