ໄຂກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 5 ສະມາຄົມນັກຮົບເກົ່າ
(ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 5 ສະມາຄົມນັກຮົບເກົ່າ)
(vovworld) – ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 5 ສະມາຄົມນັກຮົບເກົ່າໄດ້ຖືກໄຂຂຶ້ນຊຶ່ງມີການເຂົ້າຮ່ວມຂອງນັກຮົບເກົ່າທີເດັ່ນໃນທົ່ວປະເທດ 530 ຄົນ. ກ່າວປາໄສທີ່ກອງປະຊຸມໃຫຍ່, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ເນັ້ນໜັກວ່າ, ໃນໄລຍະ 25 ປີຜ່ານມາ, ສະມາຄົມນັກຮົບເກົ່າຫວຽດນາມ ໄດ້ປະຕິບັດສຳເລັດພາລະບົດບາດ, ໜ້າທີ່ ກາຍເປັນອົງການຈັດຕັ້ງການເມືອງ - ສັງຄົມທີ່ເຂັ້ມແຂງ, ມີອິດທິພົນຊື່ສຽງສູງ ແລະ ປະຕິບັດບົດບາດ, ເປັນຜູ້ຕາງໜ້າໃຫ້ເຈດຈຳນົງ ແລະ ຄວາມມຸ່ງຫວັງຂອງນັກຮົບເກົ່າ. ທ່ານປະທານປະເທດ ເຈືອງເຕີນຊາງ ກ່າວວ່າ.
“ຂະບວນການປະຕິບັດໜ້າທີ່ການເມືອງສຳຄັນອັນດັບໜຶ່ງຂອງສະມາຄົມເປັນຢ່າງດີ, ນັ້ນແມ່ນສາມັກຄີ, ຂົນຂວາຍນັກຮົບເກົ່າເສີມຂະຫຍາຍຄຸນນະທາດ, ມູນເຊື້ອທະຫານລຸງໂຮ່, ເຂົ້າຮ່ວມການສ້າງສາ ແລະ ປົກປັກຮັກສາພັກ, ອຳນາດການປົກຄອງ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຍົກສູງເຈດຈຳນົງເປັນເຈົ້າຕົນເອງ, ບືນຕົວຂຶ້ນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນພັດທະນາເສດຖະກິດ. ພ້ອມກັນນັ້ນ, ບັນດາພະນັກງານ, ສະມາຊິກສະມາຄົມເຂົ້າຮ່ວມບັນດາການແຂ່ງຂັນຮັກຊາດ, ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງທັງປະເທດເປັນຢ່າງດີ”.
ເພື່ອປະຕິບັດບັນດາຄາດໝາຍຂອງສະມາຄົມໃນໄລຍະຈະມາເຖິງເປັນຢ່າງດີ, ທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີສະມາຄົມທຸກຂັ້ນ, ສະມາຊິກສະມາຄົມ ປະຕິບັດແນວຄິດຂອງປະທານໂຮ່ຈິມິນກ່ຽວກັບການແຂ່ງຂັນຮັກຊາດຢ່າງເຂັ້ມງວດ. ສະມາຄົມຕ້ອງສົມທົບກັບແນວໂຮມປະເທດຊາດຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາກົດລະບຽບ, ຂໍ້ກຳນົດຂອງກົມການເມືອງ ກ່ຽວກັບການຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມເປັນຢ່າງດີ…