ໄຂການປະກວດຮອບສຸດທ້າຍລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ 11 ປີ 2016

(VOVWORLD) -ຕອນເຊົ້າວັນທີ 02 ມິຖຸນາ, ຢູ່ຮ່າໂນ້ຍ, ສະພາມອບລາງວັນສື່ມວນຊົນແຫ່ງຊາດ ໄດ້ໄຂການປະກວດຮອບສຸດທ້າຍໃຫ້ຄະແນນລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 11 ປີ 2016.
ໄຂການປະກວດຮອບສຸດທ້າຍລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ 11 ປີ 2016 - ảnh 1 (ໄຂການປະກວດຮອບສຸດທ້າຍລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ 11 ປີ 2016)

ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະມາຄົມນັກຂ່າວຫວຽດນາມ ທ້ວນຮິວ ໃຫ້ຮູ້ວ່າ, ສະພາໃຫ້ຄະແນນຮອບທຳອິດໄດ້ປະຕິບັດຕາມຂໍ້ກຳນົດໃນການປະກວດ, ຄັດເລືອກ ແລະ ຍືນສະເໜີຕໍ່ສະພາໃຫ້ຄະແນນສຸດທ້າຍ: ບັນຊີລາຍຊື່ 139 ບົດ, ຂຶ້ນກັບ 11 ປະເພດລ້າງວັນ, ເຊິ່ງໄດ້ຮັບການຄັດເລືອກຈາກ 1637 ບົດ ທີ່ສົ່ງເຂົ້າຮ່ວມການປະກວດ.

        ບັນດາບົດທີ່ເຂົ້າຮ່ວມການປະກວດໄດ້ສ່ອງແສງຢ່າງຖືກຕ້ອງບັນດາເຫດການການເມືອງໃຫຍ່ຂອງປະເທດຊາດໃນປີ 2016.

        “ບັນດາບົດທີ່ໄດ້ຮັບການຄັດເລືອກເຂົ້າຮອບສຸດທ້າຍ ແມ່ນບັນດາບົດດີເດັ່ນນັບທັງທາງດ້ານເນື້ອໃນ ແລະ ຮູບການ, ສ່ອງແສງຢ່າງແທດຈິງກ່ຽວກັບສະພາບການເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດຊາດ, ມີລັກສະນະກຳນົດທິດຫາງສຽງສັງຄົມເປັນຢ່າງດີ. ສະພາໃຫ້ຄະແນນຮອບສຸດທ້າຍຕ້ອງມີຄວາມພາວະວິໄສ, ຍຸຕິທຳ, ສະຫຼາດສ່ອງໄສ ເພື່ອຄັດເລືອກບັນດາບົດເຂົ້າຮ່ວມດີເດັ່ນໃນຈຳນວນເກືອບ 140 ບົດເຂົ້າຮອບສຸດທ້າຍ…”

        ການໃຫ້ຄະແນນຮອບສຸດທ້າຍລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 11 ປີ 2016 ຈະຖືກດຳເນີນຮອດວັນທີ 03 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ