ໄຂຂະບວນການເດີນທາງທ່ອງທ່ຽວ ຫວຽດນາມ Farmstay

(VOVWORLD) - ການທ່ອງທ່ຽວຊົນນະບົດ ໄດ້ພັດທະນາແຮງໃນຊຸມປີມໍ່ໆມານີ້. ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ວາງເປົ້າໝາຍ ຮອດປີ 2025...

ວັນທີ 14 ພຶດສະພາ, ຢູ່ເຂດທ່ອງທ່ຽວພາບພົດ ຫວຽດນາມ ຢູ່ເມືອງ ກູຈີ, ນະຄອນ ໂຮ່ຈີມິນ ໄດ້ໄຂຂະບວນການເດີນທາງທ່ອງທ່ຽວ ຫວຽດນາມ Farmstay ຂອງບັນດາວິສາຫະກິດທີ່ພວມລົງທຶນ ພັດທະນາ Farmstay, ພັດທະນາການທ່ອງທ່ຽວກະສິກຳ ໄດ້ໄປສຳຫຼວດ, ຢ້ຽມຊົມຕົວຈິງຢູ່ສະຖານທີ່ທ່ອງທ່ຽວກະສິກຳ, ວັດທະນະທຳ, ຟາມ ເກືອບ 30 ແຫ່ງຂອງ 20 ແຂວງ, ນະຄອນຢູ່ 3 ເຂດພາກຂອງ ຫວຽດນາມ ແຕ່ເໜືອຮອດໃຕ້.

        ການທ່ອງທ່ຽວຊົນນະບົດ ໄດ້ພັດທະນາແຮງໃນຊຸມປີມໍ່ໆມານີ້. ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ວາງເປົ້າໝາຍ ຮອດປີ 2025, ແຕ່ລະແຂວງ, ນະຄອນ ຈະສູ້ຊົນໃຫ້ມີສະຖານທີ່ທ່ອງທ່ຽວຊົນນະບົດ 1 ແຫ່ງທີ່ໄດ້ຮັບການຢັ້ງຢືນຕິດພັນກັບທ່າໄດ້ປຽບກ່ຽວກັບກະສິກຳ, ວັດທະນະທຳ, ໝູ່ບ້ານອາຊີບ ຫຼື ສິ່ງແວດລ້ອມຊີວະພາບຂອງ ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ