ໄຂງານຕະຫລາດນັດກະສິກຳ ຢູ່ ຊອກຈັງ

ໄຂງານຕະຫລາດນັດກະສິກຳ ຢູ່ ຊອກຈັງ - ảnh 1
ງານ​ຕະຫລາດນັດ​ກະສິກຳ - ການ​ຄ້າ ​ເຂດ​ທົ່ງພຽ​ງ​ແມ່​ນ້ຳຂອງ​ປີ 2012
ພາບ: internet


(vovworld) - ​ງານ​ຕະຫລາດນັດ​ກະສິກຳ - ການ​ຄ້າ ​ເຂດ​ທົ່ງພຽ​ງ​ແມ່​ນ້ຳຂອງ​ປີ 2012 ​ໂດຍ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ພ້ອມ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຊອກ​ຈັງ ສົມທົບ​ກັນ​ຈັດ​ຕັ້ງ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/8 ຢູ່ ນະຄອນ ຊອກ​ຈັງ. ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ ມີ​ຮ້ານ​ວາງ​ສະ​ແດງ ກວ່າ 200 ຮ້ານ​ຂອງ 120 ກວ່າ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ.  ທ່ານ Nguyen Minh Tri ຜູ້ອຳ​ນວຍການ​ໃຫຍ່ ບໍລິສັດຫຸ້ນ​ສ່ວນ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ Bach Dang ສັງກັດ​ກະຊວງ​ຕະຫລວດ ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ວິ​ສາ​ຫະກິດ​ມາ​ຈາກ​ນະຄອນ ​ໂຮ່ຈິ​ມີນ ​​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ໄດ້​ເວົ້າ​ວ່າ:

        “ຜະລິດ​ຕະພັນ​ຂອງ​ພວກ​ຂ້າພະ​ເຈົ້າ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃຫຍ່ຂອງ​ຊາວ​ກະສິກອນ​ໄດ້. ທີ​ຫນຶ່ງ ​ແມ່ນ​ຫລຸດ​ຄ່າ​ສິ້ນ​ເປືອງ. ທີ​ສອງ ​ເພີ່ມ​ສະມັດ​ຄະ​ພາບ, ຄຸນ​ນະພາ​ບ ບໍ່​ນຳ​ໃຊ້​ສານ​ປ້ອງ​ກັນ​ພືດ.”

ຂ່າວ/ບົດ​ອື່ນ