ໄຂງານຕະຫລາດນັດສາກົນສິນຄ້າອຸດສາຫະກຳ ຫວຽດນາມ (VIIF) 2012

ໄຂງານຕະຫລາດນັດສາກົນສິນຄ້າອຸດສາຫະກຳ ຫວຽດນາມ (VIIF) 2012 - ảnh 1
ພາບປະກອບ: internet




(vovworld) - ຕອນ​ເຊົ້າ​ວັນ​ທີ 17/10 ຢູ່ ຮ່າ​ໂນ້ຍ, ​ໄດ້​ໄຂ​ງານ​ຕະຫລາດນັດ​ສາກົນ​ສິນຄ້າ​ອຸດສາຫະກຳ ຫວຽດນາມ (VIIF) 2012 ດ້ວຍ​ຂອບ​ຂະຫນາດ​ວາງສະ​ແດງ​ມີ​ເນື້ອ​ທີ່​ປະມານ 2000 ຕາລາງ​ແມັດ ​ແມ່ນ​ເຕົ້າໂຮມບັນດາ​ວິ​ສາ​ຫະກິດ​ມາ​ຈາກ​ຈີນ, ສ​ເກົາຫລີ, ລັດ​ເຊຍ, ​ເຊັກ ​ແລະ ບັນດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ. ຜະລິດ​ຕະພັນ​ນຳ​ມາ​ວາງສະ​ແດງ​ຢູ່​ງານ​ຕະຫລາດນັດ​ຄັ້ງ​ນີ້​ສ່ວນ​ຫລາຍ​ແມ່ນ ອຸປະກອນ, ​ເຕັກ​ໂນ​ໂລ​ຊີ​ຂຶ້ນ​ກັບ​ຂົງ​ເຂດ​ອຸດສາຫະກຳ​ເບົາ, ການ​ຜະລິດ​ຊິ້ນ​ສ່ວນ, ອຸປະກອນ​ກົນ​ຈັກ…. ​ໃນ​ຂອບ​ເຂດ​ງານ​ຕະຫລາດນັດ​ຈະ​ດຳ​​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສິມ​ການ​ຄ້າ. ງານ​ຕະຫລາດນັດ​ດ່ັງກ່າວ​ຈະ​ອັດ​ລົງ​ໃນ​ວັນ​ທີ 21/10.

 

ຂ່າວ/ບົດ​ອື່ນ