ໄຂງານຕະຫຼາດນັດວາງສະແດງສິນຄ້າອຸດສາຫະກຳຊົນນະບົດທີ່ພົ້ນເດັ່ນເຂດທາງທິດເໜືອ
(VOVWORLD) - ມີຮ້ານວາງສະແດງ300 ຮ້ານຢູ່ງານຕະຫຼາດນັດ ໄດ້ແນະນຳບັນດາຜະລິດຕະພັນສິລະປະຫັດຖະກຳ, ຜະລິດຕະພັນບ້ານອາຊີບ, ເຄື່ອງກົນຈັກ, ເຄື່ອງມືກະສິກຳ, ບັນດາຜະລິດຕະພັນການກະເສດທີ່ພົ້ນເດັ່ນຂອງ 27 ແຂວງ, ນະຄອນໃນເຂດທາງທິດເໜືອ ແລະ 5 ແຂວງ, ນະຄອນເຂດພາກກາງ - ໄຕງວຽນ.
ບັນດາຜູ້ແທນຕັດແຖບຜ້າໄຂງານຕະຫຼາດນັດ(ພາບ: congthuong.vn) |
ຕອນຄ່ຳວັນທີ 23 ພຶດສະພາ, ຢູ່ສູນງານຕະຫຼາດນັດວາງສະແດງສາກົນຫາຍຟ່ອງ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງຈັດຕັ້ງງານຕະຫຼາດນັດວາງສະແດງສິນຄ້າອຸດສາຫະກຳຊົນນະບົດທີ່ພົ້ນເດັ່ນເຂດທາງທິດເໜືອ ປີ 2019.
ມີຮ້ານວາງສະແດງ300 ຮ້ານຢູ່ງານຕະຫຼາດນັດ ໄດ້ແນະນຳບັນດາຜະລິດຕະພັນສິລະປະຫັດຖະກຳ, ຜະລິດຕະພັນບ້ານອາຊີບ, ເຄື່ອງກົນຈັກ, ເຄື່ອງມືກະສິກຳ, ບັນດາຜະລິດຕະພັນການກະເສດທີ່ພົ້ນເດັ່ນຂອງ 27 ແຂວງ, ນະຄອນໃນເຂດທາງທິດເໜືອ ແລະ 5 ແຂວງ, ນະຄອນເຂດພາກກາງ - ໄຕງວຽນ, ໃນນັ້ນມີຫຼາຍຜະລິດຕະພັນທີ່ນຳໃຊ້ຜົນງານດ້ານວິທະຍາສາດເຕັກໂນໂລຢີທີ່ມີລັກສະນະປ່ຽນແປງໃໝ່, ປະດິດຄິດສ້າງ. ງານຕະຫຼາດນັດແມ່ນກາລະໂອກາດເພື່ອໃຫ້ບັນດາທ້ອງຖິ່ນ, ວິສາຫະກິດຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມທາງການຄ້າ, ລົງນາມໃນບັນດາສັນຍາການລົງທຶນ, ຮ່ວມທຸລະກິດ, ເຊື່ອມຕໍ່ກັນ, ເປີດກ້ວາງການຕະຫຼາດ.