ໄຂງານຕະຫຼາດນັດການຄ້າສາກົນຫວຽດນາມ Expo 2012
( ພາບ: baomoi.com )
(vovworld)-ຕອນເຊົ້າວັນທີ 4/4, ຢູ່ ຮ່າໂນ້ຍ, ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ຈັດພິທີໄຂງານຕະຫຼາດນັດການຄ້າສາກົນຫວຽດນາມ Expo 2012 ດ້ວຍຫົວຂໍ້ວ່າ ”ຫວຽດນາມ - ຮ່ວມມືພ້ອມກັນພັດທະນາ”. ຫວຽດນາມ Expo 2012 ໄດ້ດຶງດູດວິສາຫະກິດທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມ 450 ແຫ່ງ, ດ້ວຍຮ້ານວາງສະແດງເຄື່ອງກົນຈັກ, ອຸປະກອນອຸດສາຫະກຳ, ກະສີກຳ, ກໍ່ສ້າງ, ເຕັກໂນໂລຢີຂໍ້ມູນຂ່າວສານ... 600 ຮ້ານ. ງານຕະຫຼາດນັດການຄ້າສາກົນຫວຽດນາມ Expo 2012 ແມ່ນໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ແລະ ຕ່າງປະເທດວາງສະແດງ, ແລະ ແນະນຳຜະລິດຕະພັນ, ຊອກຫາຄູ່ຮ່ວມມືຂາເຂົ້າຂາອອກ, ຮ່ວມມືລົງທຶນ ແລະ ພັດທະນາຕະຫຼາດພາຍໃນ, ກໍ່ຄືເຊື່ອມໂຍງເຂົ້າກັບໂລກ, ທ່ານ Nguyen Hong Minh, ຫົວໜ້າສະຖາບັນນ້ຳມັນອາຍແກສຫວຽດນາມ, ໃຫ້ຂໍ້ສັງເກດວ່າ:
”ງານຕະຫຼາດນັດການຄ້າສາກົນຫວຽດນາມ Expo 2012 ມີຄວາມໝາຍສຳຄັນສຳຫຼັບບັນດາວິສາຫະກິດຫວຽດນາມ, ນີ້ແມ່ນໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ພົບປະກັບບັນດາຄູ່ຮ່ວມມື, ບົນພື້ນຖານນັ້ນພວກເຮົາຈະມີເງື່ອນໄຂຮ່ຳຮຽນເອົາບົດຮຽນ, ໂຄສະນາ, ແລກປ່ຽນການຄ້າ. ໃນຖານະເປັນສະມາຊິກຂອງກະຊວງອຸດສາຫະກຳ ການຄ້າ, ກຸມບໍລິສັດນ້ຳມັນອາຍແກສແຫ່ງຊາດຫວຽດນາມກໍ່ໄດ້ເຂົ້າຮ່ວມ ແລະ ແນະນຳບັນດາຜະລິດຕະພັນຂອງຕົນເຖິງເພື່ອນມິດສາກົນ”