(vovworld) - ຕອນຄຳ່ວັນທີ 18/3, ງານບຸນດອກຊາກຸຣາແລະດອກເໝີຍອຽນຕື, ຫ້າລອງປີ 2016 ໄດ້ໄຂຂຶ້ນຢ່າງເປັນງານການຢູ່ສະໜາມຫຼວງ 30/10, ນະຄອນ ຫ້າລອງ, ແຂວງກວາງນິງ ດ້ວຍຫົວຂໍ້ວ່າ “ການຮ່ວມມື, ເຊື່ອມໂຍງ ແລະ ພັດທະນາ“. ນີ້ແມ່ນການເຄື່ອນໄຫວປະຈຳປີ ໂດຍຄະນະກຳມະການປະຊາຊົນນະຄອນ ຫ້າລອງ ສົມທົບກັບສະຫະສະມາຄົມວັດທະນະທຳສາກົນ Wanokai ຍີ່ປຸ່ນ ຈັດຕັ້ງ, ເພື່ອແນໃສ່ໂຄສະນາຮູບພາບດອກຊາກຸຣາ ເຖິງຊາວ ຫວຽດນາມ ແລະ ແນະນຳບັນດາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ ຫ້າລອງ ເຖິງຊາວ ຍີ່ປຸ່ນ ແລະ ໂລກ, ກໍ່ຄືເພີ່ມທະວີນຳ້ໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ເຂົ້າຮ່ວມງານບຸນປີນີ້, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຊົມຄວາມງາມຂອງດອກ ຊາກຸຣາ 50 ຕົ້ນ ແລະ ດອກເໝີຍສີເຫຼືອງ ອຽນຕື 40 ຕົ້ນເທົ່ານັ້ນ, ຫາກຍັງໄດ້ຊົມບັນດາລາຍການແລກປ່ຽນວັດທະນະທຳ ສິລະປະ ຫວຽດນາມ - ຍີ່ປຸ່ນ, ກໍ່ຄືໄດ້ຢ້ຽມຊົມຮ້ານວາງສະແດງຜະລິດຕະພັນທ່ອງທ່ຽວ, ອາຫານການກິນທີ່ເປັນເອກະລັກສະເພາະຂອງຫວຽດນາມ ແລະ ຍີ່ປຸ່ນ ອີກດ້ວຍ. ງານບຸນດອກຊາກຸຣາ ແລະດອກເໝີຍ ອຽນຕື, ຫ້າລອງ 2016 ຈະດຳເນີນເຖິງວັນທີ 21/3.