ໄຂງານບຸນລະດູບານໃໝ່ແດງ 2013

ໄຂງານບຸນລະດູບານໃໝ່ແດງ 2013 - ảnh 1
ງານບຸນ​ລະດູບານ​ໃໝ່​ແດງ 2013

(vovworld) – ດ້ວຍ​ສານ​ທີ່​ວ່າ ”ບໍລິຈາກ​ເລືອດ - ກູ້​ເອົາ​ຊີວິດ”, ຕອນ​ເຊົ້າ​ວັນ​ທີ 3/3, ຢູ່ ຮ່າ​ໂນ້ຍ, ສະ​ຖາ​ບັນ​ໂລຫິດ​ສາດ ​ແລະ ສົ່ງ​ເລືອດສູນ​ກາງ, ຄະນະ​ຊີ້​ນຳ​ການ​ຂົນຂວາຍ​ບໍລິຈາກ​ເລືອດ​ມະນຸດສະທຳ​ນະຄອນ ຮ່າ​ໂນ້ຍ ​ແລະ ສະມາຄົມ​ຊາວ​ໜຸ່ມ​ຂົນຂວາຍ​ການ​ບໍລິຈາກ​ເລືອດ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ບຸນ ລະດູບານ​ໃໝ່​​ແດງ. ຄາດ​ວ່າ​ງານ​ບຸນ​ຄັ້ງ​ນີ້​ຈະ​ດຶງ​ດູດ 20.000 ຄົນ​ເຂົ້າ​ຮ່ວມ, 10.000 ຄົນ​ຈົດ​ທະບຽນ​ບໍລິຈາກ​ເລືອດ ​ແລະ ຮັບ​ເອົາ​ເລືອດ​ປະມານ 7000 ຖົງ. ສາດສະດາຈານ, ດຣ. ຫງວຽນ​ແອ​ງຈີ໋, ຫົວໜ້າສະ​ຖາ​ບັນ​ໂລຫິດ​ສາດ ​ແລະ ສົ່ງ​ເລືອດສູນ​ກາງ, ​ໃຫ້​ຮູ້​ວ່າ:

“​ເປົ້າ​ໝາຍ​ຂອງ​ງານ​ບຸນ​ແມ່ນ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ກ່ຽວ​ກັບ​ເລືອດ​ຂອງ​ໂຮງໝໍ​ຕ່າງໆ ພາຍຫຼັງ​ບຸນ ​ເຕັດ. ຜ່ານ​ນັ້ນ​ເປີດ​ສາກ​ປີ​ບໍລິຈາກ​ເລືອດ​ໃນ​ທົ່ວ​ປະ​ເທດ. ປີ​ນີ້​ຄາດໝາຍ​ກ່ຽວ​ກັບ​ເລືອດຈະ​ສູງ​ກວ່າ​ປີ​ກາຍ. ຄາດ​ວ່າ​ຈະ​ມີ 25.000 ​ຄົນເຂົ້າ​ຮ່ວມ”.

ຂ່າວ/ບົດ​ອື່ນ