(vovworld) - ງານບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດຕາເວັນອອກສຽງເໜືອຄັ້ງທີ 8 ຖືກໄຂຂຶ້ນໃນຕອນຄໍ່າວັນທີ 27/9, ຢູ່ນະຄອນຕວຽນກວາງ, ແຂວງຕວຽນກວາງ. ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດຕາເວັນອອກສຽງເໜືອ ເພື່ອແນໃສ່ແນະນຳຄວາມສາມາດບົມຊ້ອນດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳບັນດາເຂດ, ພາກໃນເຂດຕາເວັນອອກສຽງເໜືອ, ປະກອບສ່ວນພັດທະນາເສດຖະກິດ, ເບິ່ງແຍງດູແລຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ, ສຶກສາມູນເຊື້ອຮັກຊາດ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງສາດຂອງບັນດາເຜົ່າ. ການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວໃນວັນບຸນແມ່ນໂອກາດເພື່ອໃຫ້ນັກສິລະປິນ, ນັກສະແດງ, ນັກກິລາຢູ່ບັນດາທ່ອງຖິ່ນພົບປະແລກປ່ຽນ ຮໍ່າຮຽນເຊິ່ງກັນ ແລະ ກັນ, ໂຄສະນາຈຸດວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ເປັນມູນເຊື້ອອັນດີງາມ, ເປັນເອກະລັກສະເພາະຂອງແຕ່ລະຊົນເຜົ່າ; ພ້ອມກັນນັ້ນເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຂອງເຂດຕາເວັນອອກສຽງເໜືອ ໃນພາລະກິດແຫ່ງການປ່ຽນໃໝ່, ເຊື່ອມໂຍງ ແລະ ພັດທະນາ. ວັນບຸນຖືກດຳເນີນແຕ່ວັນທີ 27 – 30/9.