ໄຂງານບຸນຫວຽດນາມຢູ່ຍີ່ປຸ່ນ

ໄຂງານບຸນຫວຽດນາມຢູ່ຍີ່ປຸ່ນ - ảnh 1
(ໄຂງານບຸນຫວຽດນາມຢູ່ຍີ່ປຸ່ນ)

(vovworld) - ວັນ​ທີ 19/9, ງານ​ບຸນ​ຫວຽດນາມ (ຫວຽດນາມ-festa-Kanagawa) ​ໄດ້​ໄຂ​ຂຶ້ນ​ຢູ່​ສຳນັກງານ​ນະຄອນ Yokohama, ​ແຂວງ Kanagawa. ງານ​ບຸນ​ໂດຍ​ສະຖານທູດ​ຫວຽດນາມ ສົມທົບ​ກັບ​ແຂວງ Kanagawa ຈັດ​ຕັ້ງ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວິ​ການ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ​ໃນ​ບົດ​ປາ​ໄສ​ຊົມ​ເຊີຍ​ງານ​ບຸນ, ຜູ້​ວ່າການ​​ແຂວງ Kanagawa, ທ່ານ Kuroiwa Yuji ຢືນຢັນ​ວ່າ, ຫວຽດນາມ-festa-Kanagawa, ​ແມ່ນ​ງານ​ບຸນ​ຫວຽດນາມ ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ນີ້​ຢູ່​ຍີ່ປຸ່ນ, ຈະ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ປະຊາຊົນ Kanagawa ກັບ​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ ​ແລະ ຮຳ່ຮຽນ​ຢູ່​ທີ່​ນີ້. ທ່ານ​ເຊື່ອ​ໝັ້ນ​ວ່າ, ງານ​ບຸນ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ Kanagawa ກັບ​ທ້ອງ​ຖີ່​ນຕ່າງໆ​ຂອງ​ຫວຽ​ດນາມ, ກໍ່​ຄື​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ການ​ພົວພັນ​ຫວຽດນາມ - ຍີ່ປຸ່ນ.

        ສ່ວນ​ທ່ານ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ຫງວຽນ​ກວົກ​ເກື່ອງ ກໍ່​ເນັ້ນ​ໜັກ​ວ່າ​, ງານ​ບຸນ​ຫວຽດນາມ ຢູ່ Kanagawa ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ຫວຽດນາມ ​ຮູ້ ​ແລະ ​ໃກ້ຊິດ​ກັບ​ນະຄອນ ​ແລະ ຊາວ Kanagawa ກວ່າ, ກໍ່​ຄື​ເພື່ອ​ໃຫ້​ຊາວ Kanagawa ​ໄດ້​ເຂົ້າ​ຮ່ວມ, ​ແລກປ່ຽນ​ວັດທະນະທຳ​ກັບ​ຊາວ​ຫວຽດນາມ.

ຂ່າວ/ບົດ​ອື່ນ