ໄຂງານປະກວດກະຈາຍສຽງທົ່ວປະເທດຮອບຄັດເລືອກຄັ້ງທີ່ 12ປີ2016ຢູ່ເຂດພາກກາງ-ໄຕຫງວຽນ

ໄຂງານປະກວດກະຈາຍສຽງທົ່ວປະເທດຮອບຄັດເລືອກຄັ້ງທີ່ 12ປີ2016ຢູ່ເຂດພາກກາງ-ໄຕຫງວຽນ - ảnh 1
(​ພິ​ທີ​ໄຂງານປະ​ກວດກະ​ຈາຍ​ສຽງ​ທົ່ວ​ປະ​ເທດ​
ຮອບ​ຄັດ​ເລືອກ ຄັ້ງ​ທີ 12 ປີ 2016)

(vovworld)- ຕອນ​ຄ່ຳ ວັນ​ທີ 22 ມີ​ນາ, ຢູ່​ນະ​ຄອນ ກວາງ​ຫງາຍ , ແຂວງ ກວາງ​ຫງາຍ, ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ສົມ​ທົບ​ກັບ ສະ​ຖາ​ນີ​ໂທ​ລະ​ພາບ ​ແຂວງ ກວາງ​ຫງາຍ ຈັດ​ພິ​ທີ​ໄຂງານປະ​ກວດກະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ຮອບ​ຄັດ​ເລືອກ ຄັ້ງ​ທີ 12 ປີ 2016, ເຂດ​ພາກ​ກາງ ແລະ ໄຕ​ຫງວຽນ. ມີ 49 ລາຍ​ການກະ​ຈາຍ​ສຽງ, ຂອງ 15 ສະ​ຖາ​ນີ​ໂທ​ລະ​ພາບ​ ​ທີ​່ເຂົ້າ​ຮ່ວມ​ການ​ແຂ່ງ​ຂັ້ນ, ປະ​ກອບ​ມີ​ລາຍ​ການ, ສາ​ລະ​ຄະ​ດີ, ​​ລາຍ​ການສຳພາດ, ລາຍ​ການ​ກະ​ຈາຍ​ສຽງ​ສັງ​ລວມ, ເລື່ອງ​ລາວ​ໂທ​ລະ​ໂຄ່ງ ແລະ ລາຍ​ການ​ຖ່າຍ​ທອດ​ສົດ. ໃນ​ຄຳ​ຖະ​ແຫຼງ​ໄຂ​ງານ, ທ່ານ ເຈີ່ນ​ມິງ​ຫຸ່ງ, ຮອງ​ອຳ​ນວຍ​ການ​ໃຫຍ່ ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ຢັ້ງ​ຢືນ​ວ່າ: ໃນ​ທ່າ​ອ່ຽງ​ພາຫະ​ນະການ​ສື່​ສານຫຼາຍຢ່າງ, ​ການກະ​ຈາຍ​ສຽງ ຍັງ​ຄົງ​ແມ່ນ​ຮູບ​ແບບ​​ໂຄ​ສະ​ນາ​ສ່ື່ສານ ທີ່​ເປັນ​ມູນ​ເຊື້ອ, ສະ​ໜິດຕິ​ພັນ, ໃກ້​ຊິດ​ຕິດ​ແທດ ກັບ​ທຸກ​​ຄົນ. ຜ່ານງານ​​ປະ​ກວດ​ກະ​ຈາຍ​ສຽງຄັ້ງຕ່າງໆ, ບັນ​ດາ​ບັນ​ດາ​ນັກ​ຂ່າວທີ່​ຂຽນ​ຂ່າວ​ອອກ​ອາ​ກາດ ມີ​ໂອ​ກາດ​ພົບ​ປະ, ແລກ​ປ່ຽນ​ບົດ​ຮຽນເຊິ່ງ​ກັນ ແລະ ກັນ ເພື່ອ​ຍົກ​ດ້ານວິ​ຊາ​ການ, ຮັບ​ໃຊ້​ເພື່ອນ​ຜູ້​ຟັງ​ດີ​ກ່​ວາ​ອີກ. ​ງານ​ປະ​ກວດ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ ປີນີ້ ໄດ້​ດຶງ​ດູດ 78 ຫົວ​ໜ່ວຍ ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເສັງ ດ້ວຍ 267 ລາຍ​ການ​, ຮອບ​ຄັດ​ເລືອກ​ເຂດ​ພາກ​ເໜືອ ໄດ້​ຈັດ​ຂື້ນ​ຢູ່​ນະ​ຄອນ​ແທັງ​ຮົວ, ແຂວງ​ແທັງ​ຮົວ, ຮອບ​ຄັດ​ເລືອກ​ເຂດ​ພາກ​ໃຕ້​ໄດ້​ຈັດ​ຂື້ນ​ ຢູ່ ນະ​ຄອນ ລອງ​ຊວນ, ແຂວງ​ອານ​ຢາງ. ຮອບ​ສຸດ​ທ້າຍ ຈະ​ໄຂ​ຂ​ື້ນ​ໃນ​ວັນ​ທີ 24 ເມ​ສາ ຢູ່​ນະ​ຄອນ​ຍາ​ຈາງ, ແຂວງ​ແຄັ໋ງ​ຮົວ.

ຂ່າວ/ບົດ​ອື່ນ