ໄຂງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ 2017

(VOVWORLD) - ຕອນຄຳ່ວັນທີ 28/7, ຢູ່ນະຄອນ ດ່ານັ້ງ ໄດ້ໄຂງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ 2017 ຄັ້ງທີ 4,

ໄຂງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ 2017 - ảnh 1 ໄຂງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ 2017

(ພາບ: dangcongsan.vn)

ດ້ວຍຫົວຂໍ້ວ່າ “ຫວຽດນາມ - ຍີ່ປຸ່ນ: ສາຍໃຈທີ່ຍອດຍິ່ງ“. ງານບຸນປີນີ້ມີການເຂົ້າຮ່ວມຂອງຄະນະສິລະປະກອນຈຳນວນໜຶ່ງຂອງ ຫວຽດນາມ ແລະ ຍີ່ປຸ່ນ, ເຊິ່ງຈະແນະນຳດົນຕີທີ່ເປັນມູນເຊື້ອ, ທັນສະໄໝຂອງສອງພື້ນຖານວັດທະນະທຳຜ່ານບັນດາລາຍການສະແດງດົນຕີທີ່ດຳເນີນໃນ 3 ວັນຂອງງານບຸນ. ໃນຂອບເຂດງານບຸນກໍ່ຈັດການວາງສະແດງສິນຄ້າ, ດ້ວຍ 150 ຮ້ານເພື່ອແນະນຳ ແລະ ໂຄສະນາຜະລິດຕະພັນຂອງຫຼາຍຂະແໜງເຊັ່ນ: ເຕັກໂນໂລຢີ, ເຄື່ອງກົນຈັກໄຟຟ້າ, ແຟຊັນ, ເຄື່ອງຫັດຖະກຳສິລະປະ, ການຄ້າ…ນອກນັ້ນຍັງດຳເນີນກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວ ຍີ່ປຸ່ນ ຢູ່ ດ່ານັ້ງ, ລາຍການທ່ອງທ່ຽວຊອກຮູ້ວັດທະນະທຳ ແລະ ສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ອີກ. ອ້າຍ ບຣິວເທືອງ, ຫົວໜ້າຄະນະສິລະປະ ສະຫະກອນຕາແສງທ່ອງທ່ຽວອີງໃສ່ປະຊາຄົມຊາວເຜົ່າ ເກີຕູນາມຢາງ, ແຂວງ ກວາງນາມ, ໃຫ້ຮູ້ວ່າ:

        “ເມື່ອເຂົ້າຮ່ວມງານບຸນນີ້, ຂ້າພະເຈົ້າຮູ້ສຶກເປັນກຽດທີ່ສຸດຕໍ່ຕົວເອງກໍ່ຄືຊົນເຜົ່າ ເກີຕູ. ນີ້ແມ່ນໂອກາດເພື່ອໂຄສະນາກ່ຽວກັບວັດທະນະທຳ ແລະ ຊາວເຜົ່າ ເກີຕູ ຢູ່ທາງທິດຕາເວັນຕົກແຂວງ ກວາງນາມ. ໃນໄລຍະເວລາ 3 ວັນດຳເນີນງານບຸນ, ພວກຂ້າພະເຈົ້າຈະມີໂອກາດໄດ້ພົບປະແລະ ແນະນຳກ່ຽວກັບການທ່ອງທ່ຽວຂອງຊົນເຜົ່າຕົນເຖິງເພື່ອມິດຍີ່ປຸ່ນຢ່າງແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ