ໄຂງານມະໂຫລານກະ ຈາຍສຽງທົ່ວປະເທດຄັ້ງທີ 10 ປີ 2012

ໄຂງານມະໂຫລານກະ ຈາຍສຽງທົ່ວປະເທດຄັ້ງທີ 10 ປີ 2012 - ảnh 1
( ການປະຊຸມຂ່າວທີ່ກ່ຽວຂ້ອງເຖິງ
ງານ​ມະ​ໂຫ​ລານ​ກະ​ຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ປີ 2012 )


( vovworld ) -   ຕອນ​ຄໍ່າ​ວັນ​ທີ 13/6, ຢູ່​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ໄຂງານ​ມະ​ໂຫ​ລານ​ກະ​ຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ປີ 2012. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ວິຊາ​ການ​ຖືກ​ຈັດ​ຂຶ້ນ​ 2 ປີ​ເທື່ອ​ໜື່ງຂອງ​ຂະ​ແໜງ​ກະຈາ​ງສຽງ, ​ເພື່ອ​ຄົ້ນ​ພົບ, ​ເຊີດ​ຊູ​ບັນດາ​ນັກປະພັນ,​ ບົດ​ປະພັນຂອງ​ຜູ້​ທີ່ເຮັດວຽກ​ກະຈາຍສຽງ​ໃນ​ທົ່ວ​ປະ​ເທດ.

   ງານ​ມະ​ໂຫ​ລານ​ຄັ້ງ​ນີ້ ​​ໂດຍ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ສົມທົບ​ກັບ​ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະພາບ​ຮ່າ​ໂນ້ຍ ຈັດ​ຕັ້ງ​​ໃນ​ລະຫວ່າງ​ວັນ​ທີ 13 – 15/6/2012. ມີ​ບົດ​ປະພັນ 263 ບົດຂອງ​ວິທະຍຸ​ກະຈາຍສຽງ, ​ໂທລະພາບ​ໃນ​ທົ່ວ​ປະ​ເທດ ​ແລະ 14 ຫົວໜ່ວຍ​ສັງກັດ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ເຂົ້າ​ຮ່ວມ. ຄະນະ​ຈັດ​ຕັ້ງ​ໄດ້​ເລືອກ​ເຟັ້ນ 193 ບົດ​​ເຂົ້າ​ຮອບສຸດ​ທ້າຍ. ຄະນະ​ຈັດ​ຕັ້ງ​ຈະ​ມອບ​ລ້າງ​ວັນ​ຄຳ 16 ລາງ​ວັນ, ລາງວັນ​ເງິນ 30 ລາງວັນ, ລາງວັນ​ທອງ 70 ລາງວັນ ​ແລະ ​ໃບ​ຍ້ອງຍໍ​ 77 ​ໃບໃຫ້​ແກ່​ບັນດາ​ບົດ​ປະພັນ​ທີ່​ດີ​ເດັ່ນ​ຢູ່​ງານ​ມະ​ໂຫ​ລານ.

ຂ່າວ/ບົດ​ອື່ນ