ໄຂງານມະໂຫລານສິລະປະພື້ນເມືອງໄຕງວຽນ
ໄຂງານມະໂຫລານສິລະປະພື້ນເມືອງໄຕງວຽນ
(ພາບ: ອິນເຕີແນດ)
(vovworld) - ດ້ວຍຫົວຂໍ້ວ່າ “ບັນດາຊົນເຜົ່າ ໄຕງວຽນສາມັກຄີ, ຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າ, ປະກອບສ່ວນພັດທະນາປະເທດຊາດຢ່າງໝັ້ນຄົງ“, ພິທີໄຂງານມະໂຫລານສິລະປະພື້ນເມືອງ ໄຕງວຽນ ໄດ້ດຳເນີນໃນຕອນຄຳ່ວັນທີ 18/3, ຢູ່ນະຄອນ ກອນຕຸມ. ເຂົ້າຮ່ວມງານມະໂຫລານມີນັກສິລະປະການ 400 ກວ່າຄົນ, ທີ່ມາຈາກ 5 ແຂວງໃນເຂດ ໄຕງວຽນ. ພາຍຫຼັງພິທີ ແມ່ນງານບຸນໄດ້ດຳເນີນໄປ, ດ້ວຍຄວາມປະທັບໃຈທາມກາງສຽງດົນຕີກັບທຳນອງເພງພື້ນເມືອງທີ່ເຂັ້ມຄົ້ນໄປດ້ວຍສີສັນຊົນເຜົ່າ ໄຕງວຽນ. ທ່ານນາງ ຟ້າມທິຈຸງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກອນຕຸມ, ຫົວໜ້າຄະນະຈັດຕັ້ງງານມະໂຫລານ, ໃຫ້ຮູ້ວ່າ:
“ງານມະໂຫລານສິລະປະພື້ນເມືອງຂອງຊົນເຜົ່າ ໄຕງວຽນ ຕິດພັນກັບສັບປະດາວັດທະນະທຳ ທ່ອງທ່ຽວແຂວງ ກອນຕຸມ ແມ່ນການເຄື່ອນໄຫວເພື່ອແນໃສ່ເຊີດຊູມໍລະດົກວັດທະນະທຳອັນລ້ຳຄ່າຂອງບັນດາເຜົ່າ ໄຕງວຽນ“.
ງານມະໂຫລານສິລະປະພື້ນເມືອງຂອງຊົນເຜົ່າ ໄຕງວຽນ ຕິດພັນກັບສັບປະດາວັດທະນະທຳ ທ່ອງທ່ຽວແຂວງ ກອນຕຸມ ຄັ້ງທີ 3/2016 ດ້ວຍການເຄື່ອນໄຫວຫຼາຍຢ່າງເຊັ່ນ: ການເສັງແກະສະຫຼັກຮູບດ້ວຍໄມ້ ແລະ ປະດິດເຄື່ອງດົນຕີຊົນເຜົ່າ, ແນະນຳອາຫານການກິນຂອງກອນຕຸມ; ງານວາງສະແດງມໍລະດົກວັດທະນະທຳ ໄຕງວຽນ; ສະແດງຄ້ອງ, ລະຫຼິ້ນພື້ນເມືອງ….