ໄຂງານມະໂຫລານສາກົນມວຍພື້ນເມືອງ ຫວຽດນາມ ຄັ້ງທີ VIII

(VOVWORLD) - ຈາກນັ້ນ, ທຸກຄົນກໍ່ໄດ້ຮ່ວມແຮງຮ່ວມໃຈ, ປະກອບເຫື່ອແຮງອະນຸລັກຮັກສາ ແລະ ເສີມຂະຫຍາຍຈຸດຍອດຢ້ຽມຂອງມວຍພື້ນເມືອງ ຫວຽດນາມ ເວົ້າລວມ ແລະ ມວຍພື້ື້ນເມືອງ ບິ່ງດິ້ງ ເວົ້າສະເພາະ
 
ໄຂງານມະໂຫລານສາກົນມວຍພື້ນເມືອງ ຫວຽດນາມ ຄັ້ງທີ VIII - ảnh 1ພິທີ ໄຂງານມະໂຫລານສາກົນ ມວຍພື້ນເມືອງ ຫວຽດນາມ ຄັ້ງທີ VIII - ບິ່ງດິ້ງ ປີ 2023
(ພາບ:Sỹ Thắng/TTXVN)

ຕອນຄ່ຳວັນທີ 2 ສິງຫາ, ຢູ່ນະຄອນ ກຸຍເຍີນ, ແຂວງ ບິ່ງດິ້ງ, ໄດ້ໄຂງານມະໂຫລານສາກົນ ມວຍພື້ນເມືອງ ຫວຽດນາມ ຄັ້ງທີ VIII - ບິ່ງດິ້ງ ປີ 2023. ດ້ວຍການເຂົ້າຮ່ວມຂອງນັກມວຍ, ຄູຝຶກນັບພັນຄົນທີ່ມາຈາກບັນດາປະເທດ ແລະ ເຂດແຄ້ວນ ໃນໂລກ, ງານມະໂຫລານ ເພື່ອແນໃສ່ເຊີດຊູຄຸນຄ່າ, ຈຸດຍອດຢ້ຽມຂອງວັດທະນະທຳມວຍ ຫວຽດນາມ, ເຊິ່ງເປັນບ່ອນເພື່ອໃຫ້ບັນດານັກມວຍທີ່ມາຈາກ 5 ທະວີບໄດ້ພົວພັນແລກປ່ຽນ, ແນະນຳຈຸດທີ່ເປັນເອກະລັກສະເພາະ, ຈຸດຢອດຢ້ຽມຂອງມວຍປະເພດຕ່າງໆ. ຈາກນັ້ນ, ທຸກຄົນກໍ່ໄດ້ຮ່ວມແຮງຮ່ວມໃຈ, ປະກອບເຫື່ອແຮງອະນຸລັກຮັກສາ ແລະ ເສີມຂະຫຍາຍຈຸດຍອດຢ້ຽມຂອງມວຍພື້ນເມືອງ ຫວຽດນາມ ເວົ້າລວມ ແລະ ມວຍພື້ື້ນເມືອງ ບິ່ງດິ້ງ ເວົ້າສະເພາະ.

        ໃນຂອບເຂດງານມະໂຫລານ, ໄດ້ຈັດຫຼາຍການເຄື່ອນໄຫວ, ຄື: ຖະຫວາຍທູບທຽນ, ຖະຫວາຍດອກໄມ້ ຢູ່ຫຼາຍສະຖານທີ່ສັກສິດ; ພົວພັນແລກປ່ຽນ, ສະແດງມວຍ ສົມທົບກັບການຢ້ຽມຢາມບັນດາປູຊະນີຍສະຖານປະຫວັດສາດ, ວັດທະນະທຳ ແລະ ບັນດາສະຖານທີ່ທ່ອງທ່ຽວໃນແຂວງ…

ຕອບກັບ

ຂ່າວ/ບົດ​ອື່ນ