ໄຂງານມະໂຫລານອາຫານການກິນເຂດພາກໃຕ້

ໄຂງານມະໂຫລານອາຫານການກິນເຂດພາກໃຕ້ - ảnh 1
ແຂກ​ທັງຫຼາຍ​ຈະ​ໄດ້​ຮັບ​ຊົມ​ການ​ປຸງ​ແຕ່ງ​ອາ​ຫານທີ່ງານ​ມະ​ໂຫລານ​ອາ​ຫານ​ການ​ກິນ​ເຂດ​ພາກ​ໃຕ້


(vovworld)-  ຕອນ​ຄ່ຳ​ວັນ​ທີ 29/5, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ໄດ້ ໄຂ​ງານ​ມະ​ໂຫລານ​ອາ​ຫານ​ການ​ກິນ​ເຂດ​ພາກ​ໃຕ້ຄັ້ງ​ທີ 5 ປີ 2015. ​ງານ​ມະ​ໂຫລານ​ອາ​ຫານ​ການ​ກິນ​ໄດ້​ວາດ​ພາບ​ເຖິງ​ດ້ານ​ອາ​ຫານ​ການ​ກິນ​ຢູ່​ເຂດ​ພາກ​ໃຕ້​ດ້ວຍ​ຈຸດ​ທີ່​ພົ້ນ​ເດັ່ນ​ແມ່ນ ງານ​ບຸນ ຈອນ​ເຈີ​ນຳ​ເທີ​ໄມ ຂອງ​ຊາວ​ເຜົ່າ​ຂະ​ແມ. ທີ່ງານ​ມະ​ໂຫລານ​ອາ​ຫານ​ການ​ກິນ​ເຂດ​ພາກ​ໃຕ້, ແຂກ​ທັງຫຼາຍ​ຈະ​ໄດ້​ຮັບ​ຊົມ​ການ​ປຸງ​ແຕ່ງ​ອາ​ຫານ, ເຄື່ອງ​ດື່​ມ, ບັນ​ດາ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ…ທ່ານ​ຮ່​ວາງວັນ​ບ້າ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຮຸ້​ນ​ສ່ວນ​ທ່ອງ​ທ່ຽວ ຟູ່​ເຖາະ ໃຫ້​ຮູ້​ວ່າ:

   “ ໂດຍ​ຜ່ານ​ງານ​ບຸນ, ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ນີ້​ແມ່ນ​ແຫ່ງ​ແລກ​ປ່ຽນ, ເຕົ້​າ ໂຮມຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ການ​ກິນ​ດື່ມ​ຂອງ​ບັນ​ດາ​ແຂວງ, ນະ​ຄອນ, ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ, ພິ​ເສດ​ແມ່ນ​ພາກ​ໃຕ້. ຫວັງ​ວ່າ ງານ​ບຸນນີ້ ແມ່ນ​ຈຸດ​ໃໝ່​ອຽມ​ເພື່ອ​ໃນ​ແຕ່​ລະ​ປີ ແຂກ​ທ່ອງ​ທ່ຽວກໍ​ມາ​ທ່ອງ​ທ່ຽວຢູ່​ນະ​ຄອນ ໂຮ່​ຈິ​ມິນ ”

 

ຂ່າວ/ບົດ​ອື່ນ