(vovworld) - ງານວາງສະແດງດ້ວຍຫົວຂໍ້ “ທາດພິດສີສົ້ມ - ມະໂນທຳແລະຄວາມຍຸຕິທຳ” ຖືກໄຂຂຶ້ນໃນວັນທີ 21/07, ຢູ່ຫໍພິພິດຕະພັນແຂວງກວາງນິງ, ແມ່ນຈຸດພົ້ນເດັ່ນສຳຄັນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 54 ປີແຫ່ງໄພພິບັດທາດພິດສີສົ້ມຢູ່ຫວຽດນາມ (1961 - 2015) ແລະ ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ 10/08. ງານວາງສະແດງໄດ້ວາງສະແດງບັນດາພາບຖ່າຍ, ວັດຖຸພັນຫຼາຍຢ່າງ ວາດພາບເຖິງຊີວິດຕົວຈິງຂອງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ, ພ້ອມທັງສະແດງໃຫ້ເຫັນຄວາມມານະພະຍາຍາມບື່ນຕົວຂຶ້ນໃນຊີວິດຂອງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ເພື່ອມຸ່ງໄປເຖິງຄວາມໄຝຝັນຢາກໃຫ້ໂລກມີສັນຕິພາບ, ມີຄວາມຜາສຸກ. ກ່າວຄຳເຫັນທີ່ພິທີໄຂ, ພົນໂທ ຫງວຽນວັນຣິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ ເນັ້ນໜັກວ່າ.
“ບັນດາຜົນສະທ້ອນຈາກທາດພິດສີສົ້ມ ໄດ້ປະກອບສ່ວນຕໍ່ສູ້ເພື່ອປົກປ້ອງສິດມີຊີວິດ ແລະ ສິດຂອງມະນຸດ. ພິເສດ, ຄວາມເຈັບປວດຈາກທາດພິດສີສົ້ມ ແລະ ບັນດາຜົນຮ້າຍຢ້ອນຫຼັງຂອງມັນທີ່ມີຕໍ່ສິ່ງແວດລ້ອມ ແລະ ຊີວິດ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ປະຊາຊົນໃນໂລກ ແລະ ພິເສດແມ່ນບັນດາອະດີດນັກຮົບຢູ່ປະເທດຕ່າງໆທີ່ເຄີຍເຂົ້າຮ່ວມສົງຄາມຢູ່ຫວຽດນາມ ຈົ່ງສາມັກຄີກັນສ້າງເປັນແນວຮົບເພື່ອຕ້ານອາວຸດເຄມີ ພ້ອມທັງຕ້ານອາວຸດລ້າງຜານໃຫຍ່ ເພື່ອໃຫ້ປະຊາຊົນໂລກເວົ້າລວມ ແລະ ປະຊາຊົນຫວຽດນາມ ເວົ້າສະເພາະໄດ້ດຳລົງຊີວິດໃນຄວາມສັນຕິພາບ”.
ງານວາງສະແດງ “ທາດພິດສີສົ້ມ - ມະໂນທຳແລະຄວາມຍຸຕິທຳ” ຖືກດຳເນີນໄປຮອດວັນທີ 14/08.